ຂ່າວສານ

ຫວຽດນາມສືບຕໍ່ເພີ່ມທະວີການຮ່ວມມືກັບອາເມລິກາໃນທຸກຂົງເຂດ

     ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນເຄົາລົບ ແລະຮັບປະກັນສິດເສລີ ໃນການເຫລື້ອມໃສສາສະຫນາ ແລະສິດເສລີໃນການບໍ່ເຊື່ອຖືສາສະຫນາຂອງພົນລະເມືອງ. 

 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
      ນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ທີ່ການຖະແຫລງຂ່າວນັດສາມັນດຳເນີນໃນວັນທີ 11 ມິຖຸນາ ຢູ່ ຮ່າໂນ້ຍ. ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ບົດລາຍງານສິດເສລີໃນການເຊື່ອຖືສາສະຫນາຂອງກະຊວງການຕ່າງປະເທດ ອາເມລິກາ ເມື່ອປີ 2019. ທ່ານນາງ ເລທິທູຮັ່ງ ເນັ້ນຫນັກວ່າ:
ພວກຂ້າພະເຈົ້າຮັບຮູ້ເລື່ອງ ກະຊວງການຕ່າງປະເທດ ອາເມລິກາ ໄດ້ເຕື້ອງເຖິງບັນດາຜົນງານ ແລະຄວາມຄືບຫນ້າຂອງຫວຽດນາມ ໃນການຮັບປະກັນ ຊຸກຍູ້ການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ. ເຖິງຢ່າງໃດກໍຕາມ ໃນບົດລາຍງານດັ່ງກ່າວ ຍັງມີບັນດາຂໍ້ມູນຂ່າວສານບໍ່ຊັດເຈນ, ຍັງບໍ່ທັນໄດ້ຮັບການກວດກາຢັ້ງຢືນກ່ຽວກັບສະພາບການຢູ່ຫວຽດນາມ. ຫວຽດນາມສືບຕໍ່ຮັກສາ ແລະເພີ່ມທະວີການຮ່ວມມື, ການແລກປ່ຽນກັບ ອາເມລິກາກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ບົນຈິດໃຈເປີດອົກເປີດໃຈ ຢ່າງກົງໄປກົງມາ ແລະເຄົາລົບເຊິ່ງກັນ ແລະກັນ
 (ແຫຼ່ງຄັດຈາກ VOV)

top