ນັບແຕ່ເວລາ 18 ໂມງ ຂອງວັນທີ 25 ຕຸລາ ຫາ ເວລາ 18 ໂມງຂອງວັນທີ 26 ຕຸລາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 3.595 ຄົນ (ໃນນັ້ນມີ 3 ກໍລະນີມາຈາກຕ່າງປະເທດ) ຢູ່ 49 ແຂວງ, ນະຄອນ. 
	 
	      
	ພາບປະກອບ
	      ເປັນອັນວ່າ ໄລຮອດວັນທີ 17 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 896.174   ຄົນ ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ
	       ໃນວັນທີ 26 ຕຸລາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 2.989  ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 810.290 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 64 ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບ ຖືກເສຍຊີວິດ ຂຶ້ນເຖິງ 21.802 ຄົນ
	(ແຫຼ່ງຄັດຈາກ VOV)