ຂ່າວສານ

ຫວຽດນາມມານະພະຍາຍາມຮັບປະກັນເງື່ອນໄຂດີທີ່ສຸດໃຫ້ແກ່ຜູ້ຖືກແຍກຕົວ

      ບັນດາວິທີຈັດຕັ້ງ ໃນການຕ້ອນຮັບແລະ ສົ່ງຄົນເຂົ້າເມືອງຫວຽດນາມ, ວິທີການຈັດແບ່ງກ່ຽວກັບສະໜາມບິນ, ດັດປັບການຕ້ອນຮັບຜູ້ໂດຍສານແມ່ນບັນດາເນື້ອໃນຕົ້ນຕໍທີ່ໄດ້ສຸມໃສ່ປຶກສາຫາລືທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 18 ມີນາຢູ່ຮ່າໂນ້ຍ.  

ຫວຽດນາມມານະພະຍາຍາມຮັບປະກັນເງື່ອນໄຂດີທີ່ສຸດໃຫ້ແກ່ຜູ້ຖືກແຍກຕົວ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມ, ຫົວໜ້າຄະນະຊີ້ນຳຮຽກຮ້ອງວ່າ:
        “ພວກເຮົາຄວນສືບຕໍ່ແລກປ່ຽນກັບບັນດາປະເທດຕ່າງໆເພື່ອສືບຕໍ່ເພີ່ມທະວີການຄວບຄຸມເຊື້ອພະຍາດແຜ່ລະບາດເຂົ້າຫວຽດນາມຢ່າງເຄັ່ງຄັດ ຢູ່ຫວຽດນາມຍັງມີຊາວຕ່າງປະເທດຫລາຍຄົນຍັງບໍ່ຮອດກຳນົດເວລາ 14 ວັນແລ້ວເຂົ້າມາຫວຽດນາມໃນນັ້ນມີຫລາຍຄົນທີ່ມາຈາກບັນດາປະເທດເກີດເຊື້ອພະຍາດ.
        ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມກໍ່ຢັ້ງຢືນວ່າຄວນເຄົາລົບປະຕິບັດ 5 ເປົ້າໝາຍຕ້ານໂລກລະບາດຄື: ບໍ່ປະໃຫ້ໂລກລະບາດຕິດແປດຢ່າງວ່ອງໄວ, ບໍ່ປະໃຫ້ພາລະກອນການແພດຕິດແປດ, ບໍ່ປະໃຫ້ເກີດການຕິດແປດໃນວົງຄະນະຍາດ, ປະຊາຊົນບໍ່ຄວນກັງວົນແຕກຕື່ນ, ມີຄວາມກົມກຽວໃນການພົວພັນພາຍໃນແລະພາຍນອກ.
 (ແຫຼ່ງຄັດຈາກ VOV)


top