ຂ່າວສານ

ຫວຽດນາມນອນໃນ Top ບັນດາປະເທດທີ່ມີຄ່າການບໍລິການອິນເຕີແນດຖືກທີ່ສຸດໃນໂລກ

      ຄິດສະເລ່ຍ ຜູ້ຊົມໃຊ້ຢູ່ຫວຽດນາມຕ້ອງຈ່າຍເງິນເປັນຈຳນວນ 11,27 USD ຕໍ່ເດືອນ ເພື່ອນຳໃຊ້ການບໍລິການ ອິນເຕີແນັດ.
ບັນຊີລາຍຊື່ 20 ປະເທດທີ່ມີຄ່າການບໍລິການ ອິນເຕີແນັດຖືກທີ່ສຸດໃນໂລກ
(ພາບ: ictnews.vietnamnet.vn)      
                  Cable.co.uk, ເຊິ່ງແມ່ນບໍລິສັດໃຫ້ຄຳປຶກສາ ແລະ ປຽບທຽບບັນດາການບໍລິການອິນເຕີແນັດ ແລະ ໂທລະຄົມມະນາຄົມ ເຊິ່ງມີສຳນັກງານໃຫຍ່ຄັ້ງຢູ່ນະຄອນ Lichfield (ປະເທດ ອັງກິດ) ໄດ້ປະຕິບັດການຄົ້ນຄ້ວາ ແລະ ປຽບທຽບຄ່າການບໍລິການ ອິນເຕີແນັດຢູ່ 211 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ, ເພື່ອຊອກຫາປະເທດໃດທີ່ມີຄ່າການບໍລິການອິນເຕີແນັດແພງທີ່ສຸດ ແລະ ຖືກທີ່ສຸດໃນໂລກ.
            ໝາກຜົນຫວຽດນາມຢຶນອັນດັບທີ 6 ຢູ່ພາກພື້ນ ອາຊີ, ຢຶນອັນດັບທີ 12 ໃນໂລກ ແລະ ຢຶນອັນດັບທີ 1 ຢູ່ພາກພື້ນອາຕາຕາເວັນອອກສ່ຽງໃຕ້ກ່ຽວກັບຄ່າການບໍລິການອິນເຕີແນັດ. ຄິດສະເລ່ຍ ຜູ້ຊົມໃຊ້ຢູ່ຫວຽດນາມຕ້ອງຈ່າຍເງິນເປັນຈຳນວນ 11,27 USD ຕໍ່ເດືອນ ເພື່ອນຳໃຊ້ການບໍລິການ ອິນເຕີແນັດ.
(ແຫຼ່ງຄັດຈາກ VOV)


top