ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນການຮ່ວມມືກັບຍີປຸ່ນ. ລັດຖະບານຫວຽດນາມພວມສືບຕໍ່ສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີຍີປຸ່ນ.
ສ່ວນ ທ່ານ Takehiko Kakiuchi ໄດ້ສະແດງຄວາມຫວັງຢາກໄດ້ຮັບການສະໜັບສະໜູນການຜະລິດ ດຳເນີນທຸລະກິດຈາກ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ.