ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບອີຣານ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ 2 ຝ່າຍຈົ່ງສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 2 ຕື້ USD.
ສ່ວນທ່ານ ປະທານສະພາແຫ່ງຊາດອີຣານ Ardeshir Larijani ສະເໜີ 2 ຝ່າຍເພີີ່ມທະວີການສົມທົບກັນ, ຊຸກຍູ້ການສົ່ງອອກ ແລະ ນຳເຂົ້າໝາກໄມ້, ຜະລິດຕະພັນກະເສດ , ສິນໃນນ້ຳຂອງຫວຽດນາມ ແລະ ອີຣານ. ອີຣານສະເໜີຫວຽດນາມຊ່ວຍໜູນທາງດ້ານເຕັກນິກປູກເຂົ້າໃຫ້ສະມັດຕະພາບສູງ, ຮ່ວມມີໃນຂົງເຂດການສຶກສາ, ທະນາຄານ, ພາສີ…
(ແຫຼ່ງຄັດຈາກ VOV)