ວັນທີ 15 ມີນາ, ເມື່ອຕອບສຳພາດສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເຫດຍິງປືນ 2 ຄັ້ງທີ່ເກີດຂຶ້ນຢູ່ນະຄອນ Christchurch, ປະເທດນິວຊີແລນ, ເຊິ່ງເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ.

ຫວຽດນາມ ກ່າວປະນາມຢ່າງຮຸນແຮງບັນດາເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ
(ພາບປະກອບ: AFP/TTXVN)
ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ, ຫວຽດນາມ ກ່າວປະນາມຢ່າງຮຸນແຮງບັນດາເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ. ຫວຽດນາມ ເຊື່ອໝັ້ນວ່າ, ລັດຖະບານ ແລະ ປະຊາຊົນນິວຊີແລນ ຈະຜ່ານຜ່າຄວາມເຈັບປວດ, ເສຍຫາຍນີ້ໂດຍໄວ ແລະ ບັນດາຕົວການວາງແຜນບຸກໂຈມຕີຈະຖືກລົງໂທດຢ່າງສົມເຫດສົມຜົນ.
ແລະກໍ່ໃນວັນດຽວກັນ, ໂດຍໄດ້ຮັບຂ່າວທີ່ເກີດຂຶ້ນດັ່ງກ່າວ, ເຊິ່ງໄດ້ເຮັດໃຫ້ຜູ້ເສຍຊີວິດຢ່າງໜ້ອຍສຸດ 49 ຄົນ ແລະ ໄດ້ຮັບບາດເຈັບ 48 ຄົນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝູກ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາງຜູ້ມີສິດອຳນາດເຕັມນິວຊີແລນ Dame Patsy Reddy, ທ່ານນາຍົກລັດຖະມົນຕີ Jacinda Ardern ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Winston Peters.
ກ່ຽວຂ້ອງເຖິງເຫດດັ່ງກ່າວ, ວັນທີ 16 ມີນາ, ທ້າວ Brenton Harrison Tarrant, ເຊິ່ງແມ່ນພົນລະເມືອງອົດຕາລີ ທີ່ດຳເນີນຊີວິດຢູ່ລັດ New South Wales, ຖືກນຳຕົວຂຶ້ນສານຢູ່ນະຄອນ Christchurch, ຖືກກ່າວຫາເປັນຜູ້ຕ້ອງຫາຄະດີຄາດຄະກຳໃນເຫດຍິງປືນໃນຕອນບ່າຍວັນທີ 15 ມີນາ.
(ແຫຼ່ງຄັດຈາກ VOV)