ຂ່າວສານ

ຫງວຽນທູກວຽນ - ເອື້ອຍຄູນຳໜ້າໃນການໜູນເຕັກໂນໂລຊີເໝືອນຈິງເຂົ້າໃນການສອນ

ໂດຍແມ່ນໜຶ່ງໃນບັນດາຄູສອນນຳໜ້າໃນການປ່ຽນແປງໃໝ່ວິທີການສອນຢູ່ໂຮງຮຽນມັດທະຍົມຕອນປາຍ ລົງເລິກວິຊາ ຫງວຽນຈ໊າຍ ທີ່ນະຄອນ ຫ໋າຍຟ່ອງ, ປອ ຫງວຽນທູກວຽນ ໄດ້ໜູນໃຊ້ເຕັກໂນໂລຊີເໝືອນຈິງ ແລະ ປັນຍາປະດິດເຂົ້າໃນບັນດາຊົ່ວໂມງຮຽນວິຊາປະຫວັດສາດ. ຍ້ອນແນວນັ້ນບັນດາຊົ່ວໂມງຮຽນໄດ້ມີຊີວິດຊີວາຊ່ວຍນັກຮຽນຮັບເອົາຄວາມຮູ້ ແລະ ເພີ່ມຄວາມຊົມຊອບວິຊາປະຫວັດສາດ.

 ຊົ່ວໂມງຮຽນວິຊາປະຫວັດສາດຂອງຫ້ອງ ມໍ6 ລົງເລິກວິຊາປະຫວັດສາດ ໂຮງຮຽນມັດທະຍົມຕອນປາຍ ລົງເລິກວິຊາ ຫງວຽນຈ໊າຍ ໄດ້ເລີ່ມຕົ້ນດ້ວຍການຫຼິ້ນເກມກະໂຣຕົວໜັງສືທີ່ມີຊີວິດຊີວາ ບັນດາຄວາມຮູ້ດ້ານປະຫວັດສາດ ໄດ້ຖືກເຊື່ອມສານຢ່າງຄ່ອງແຄ້ວຜ່ານບັນດາຄຳຖາມໂລຊິກ ສົມທົບກັບຮູບພາບ ແລະ ຕົວຢ່າຕົວຈິງວິທີການນີ້ ໄດ້ຊ່ວຍໃຫ້ພວກນ້ອງກຳແໜ້ນຂໍ້ມູນຂ່າວສານຢ່າວວ່ອງໄວ ແລະ ສາມາດຈື່ໄດ້ງ່າຍ ຕ້ອງມີວິທີການສອນທີ່ມີຫົວຄິດປະດິດສ້າງນັ້ນ ບັນດາຊົ່ວໂມງຮຽນວິຊາປະຫວັດສາດ ໂດຍເອື້ອຍ ກວຽນ ຮັບຜິດຊອບ ໄດ້ກາຍເປັນການຄົ້ນຫາທີ່ມີຊີວິດຊີວາ ປຸກລຸກແຫຼ່ງບັນດານໃຈ ແລະ ຄວາມນິຍົມຊົມຊອບວິຊາປະຫວັດສາດຂອງນັກຮຽນ ນ້ອງ ເລຮົ່ງຟຸກ ຫ້ອງ ມໍ7 ລົງເລິກວິຊາປະຫວັດສາດ ແລະ ດັ້ງຫວູຮ່າເຟືອງ ສັງກັດຫ້ອງ ມໍ6 ລົງເລິກວິຊາປະຫວັດສາດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນຈ໊າຍ ເປີດເປີຍວ່າ:

“ຊົ່ວໂມງຮຽນຂອງເອື້ອຍຄູ ກວຽນ ແມ່ນເປັນໜ້າຈັບໃຈ. ເອື້ອຍຄູໄດ້ສົມທົບຄວາມຮູ້ພຶດຕິກຳຕົວຈິງປະຫວັດສາດກັບບັນດາຕົວຢ່າງ ເພື່ອໃຫ້ພວກລູກສາມາດເຂົ້າໃຈກ່ຽວກັບບົດຮຽນຫຼາຍກວ່າ. ເອື້ອຍຄູກໍ່ເຄີຍໝູນໃຊ້ຜົນງານຂອງການປະຕິວັດ 4.0 ຄື ເຕັກໂນໂລຊີເໝືອນຈິງ ເພື່ອໃຫ້ພວກລູກສາມາດເຂົ້າໃຈແຈ້ງກວ່າກ່ຽວກັບບັນດາກິດຈະກຳຫວັດສາດ ແລະ ວາດພາບເຖິງອະດີດຕະການຢ່າງແທ້ຈິງ”.

 “ໃນບັນດາຊົ່ວໂມງຮຽນຂອງເອື້ອຍຄູ ກວຽນ, ພວກນ້ອງຍາມໃດກໍ່ໂຕ້ແຍ້ງກັນຢ່າງຟົດຟື້ນ. ເອື້ອຍຄູຍາມໃດກໍ່ຊອກຫາ ແລະ ມີການໝູນໃຊ້ເຕັກໂນໂລຊີທີ່ດິີທີ່ມ່ວນເຂົ້າໃນບົດສອນ”.

 ບໍ່ພຽງແຕ່ຢຸດຢູ່ໃນບັນດາຄຳຖາມ ແລະ ການຫຼິ້ນເກມເທົ່ານັ້ນ ເອື້ອຍຄູ ຫງວຽນທູກວຽນ ຍັງນຳໃຊ້ເຕັກນິກທັນສະໄໝເຂົ້າໃນການສອນຈາກບັນດາຮູບພາບສາມມິຕິທີ່ມີຊີວິດຊີວາ ຕະຫຼອດຮອດການໝູນໃຊ້ຕົວຈິງຊ່ວຍນັກຮຽນປຽບເໝືອນຄືມີຊີວິດໃນເຫດການປະຫວັດສາດ.

ດ້ວຍການແນະນຳຂອງເອື້ອຍຄູ ກວຽນ ນັກຮຽນໄດ້ສ້າງບັນດາເຂດສາມມິຕິທີ່ມີຊີວິດຊີວາ ວາດພາບເຖິງປູຊະນີຍະສະຖານປະຫວັດສາດຈາກພະລາດຊະວັງ ທັງລັອງ ຄຸ້ມເມືອງຫຼວງເກົ່າ ເຫວ້ ຕະຫຼອດຮອດບັນດາກິດຈະກຳສະຖາປັດຕະຍະກຳທາດຈຳ ຍ້ອນເຕັກໂນໂລຊີເໝືອນຈິງ ນີ້ກໍ່ແມ່ນຂໍ້ລິເລີ່ມຂອງເອື້ອຍຄູ ກວຽນ ທີ່ໝູນໃຊ້ເຕັກໂນໂລຊີເໝືອນຈິງ ຫຼື ວີອາ ເພີ່ມທະວີ AR  ແລະ ປັນຍາປະດິດ AI ເພື່ອສ້າງເຂດເໝືອນຈິງໃນການສອນ ຊ່ວຍໃຫ້ນັກຮຽນ ກະທົບຕອບຢ່າງເລິກເຊິ່ງກວ່າສຳລັບນັກຮຽນ ຂໍ້ລິເລີ່ມໄດ້ຮັບລາງວັນໃນການເສັງປະຫວັດສາດເຕັກນິກ ຂັ້ນແຂວງ ຫ໋າຍເຢືອງເກົ່າ ໃນ 20 ປີ ປະຕິບັດງານ ເອື້ອຍຄູ ຫງວຽນທູກວຽນ ໄດ້ມີຂໍ້

ເອື້ອຍຄູ ຫງວຽນທູກວຽນ ແລະ ເອື້ອຍຄູ ຫງວຽນທິຮົ່ງແທັງ

ລິເລີ່ມຫຼາຍຂໍ້ ແລະ ໄດ້ໝູນໃຊ້ຮັບໃຊ້ໃຫ້ແກ່ວຽກງານການສອນ ແລະ ວຽກງານຮັບຜິດຊອບຫ້ອງຮຽນ ເຖິງແນວນັ້ນກໍ່ຕາມຂໍ້ລິເລີ່ມ ກ່ຽວກັບການສ້າງເຂດເໝືອນຈິງເຕັກໂນໂລຊີ ວີອາ ແລະ AI ໃນການສອນ ແລະ ຮຽນວິຊາປະຫວັດສາດ ກໍ່ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມ ເຊິ່ງເອື້ອຍຄູຊົມຊອບທີ່ສຸດ. ເອື້ອຍຄູ ຫງວຽນທູກວຽນ ແບ່ງປັນວ່າ:

 “ບັນດາຂໍ້ລິເລີ່ມໃນວິຊາປະຫວັດສາດຂອງຂ້າພະເຈົ້າກໍ່ເຄີຍເລີ່ມຈາກຄວາມເປັນຫ່ວງ ເຮັດແນວໃດເພື່ອໃຫ້ນັກຮຽນມີຊີວິດໃນເຫດການປະຫວັດສາດ. ຍ້ອນເຫດນີ້ເອງຂ້າພະເຈົ້າໄດ້ຊອກຫາວິທີຫັນບັນດາບົດຮຽນປະຫວັດສາດກາຍເປັນລົງຊອກຮູ້ຕົວຈິງ ເພື່ອໃຫ້ນັກຮຽນສາມາດຄນຫາກະທົບຕອບ ແລະ ປະດິດຄິດສ້າງໃນບັນດາບົດຮຽນຂອງຕົນ”.

ໃນຕະຫຼອດເກືອບ 20 ປີ ໃນການສອນເອື້ອຍຄູໄດ້ຊີ້ນຳນັກຮຽນຫຼາຍຄົນບັນລຸຜົນງານດີເດັ່ນ ຜ່ານການສອບເສັງນັກຮຽນເກັ່ງຂັ້ນແຂວງ ແລະ ລະດັບຊາດ ພຽງໃນເວລາ 5 ປີມໍ່ມານີ້ ມີນັກຮຽນຫຼາຍກວ່າ 70 ຄົນ ໄດ້ຮັບລາງວັນລະດັບແຕກຕ່າງກັນ ໃນນັ້ນມີນັກຮຽນ 13 ຄົນ ໄດ້ຮັບລາງວັນນັກຮຽນເກັ່ງລະດັບຊາດ ເອື້ອຍຄູ ຫງວຽນທິຮົ່ງແທັງ ຮອງຫົວໜ້າອຳນວຍການໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນຈ໊າຍ ເປີດເຜີຍວ່າ:

“ປອ ຫງວຽນທູກວຽນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວຽກງານເປັນປາຍແຫຼມຂອງໂຮງຮຽນ. ເອື້ອຍຄູມີຄວາມຂະຫຍັນຂັນເຄື່ອນ ແລະ ສຸດຈິດສຸດໃຈຕໍ່ວຽກງານບຳລຸງສ້າງນັກຮຽນເກັ່ງ ຍາມໃດກໍ່ຊອກຮູ້ປະດິດຄິດສ້າງບັນດາວິທີດີທີ່ສຸດ ແລະ ສ້າງກຳລັງດັນໃຫ້ແກ່ນັກຮຽນໃນໄລຍະຮ່ຳຮຽນ”.

ດ້ວຍບັນດາຜົນງານຂອງຕົນ ປະລິນຍາເອກ ເອື້ອຍຄູ ຫງວຽນທູກວຽນ ໄດ້ຮັບການຮັບຮອງແມ່ນຄູດີເດັ່ນລະດັບຊາດປີ 2024 ແລະ ໄດ້ຮັບໃບຍ້ອງຍໍຫຼາຍໃບ ເອື້ອຍຄູຍັງເປັນແບບຢ່າງທີ່ກ້າວໜ້າໄດ້ຮັບການຍ້ອງຍໍໃນກອງປະຊຸມໃຫຍ່ຮັກຊາດນະຄອນ ຫ໋າຍຟ່ອງ ຄັ້ງທີ I  ແລະ ແມ່ນໜຶ່ງໃນບັນດາບຸກຄົນດີເດັ່ນຂອງນະຄອນ ຫ໋າຍຟ່ອງ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ XI ປີ 2025.


top