ສປປ.ເກົາຫຼີ ໄດ້ແຈ້ງໃຫ້ ICAO ຮັບຊາບວ່າ ຈະຢຸດຕິການເຄື່ອນໄຫວຊ່ອງທາງຕິດຕໍ່ດັ່ງກ່າວເລີ່ມແຕ່ປີ 2025, ແຕ່ ສ.ເກົາຫຼີ ໄດ້ສະແດງທັດສະນະເປັນຫຼາຍຄັ້ງແລ້ວວ່າ ມີຄວາມຈຳເປັນຕ້ອງຮັກສາຊ່ອງທາງຕິດຕໍ່ໂດຍກົງນີ້.
ວັນທີ 12 ກຸມພາ, ກະຊວງທ້ອນໂຮມປະເທດເປັນເອກະພາບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ແຈ້ງໃຫ້ອົງການການບິນພົນລະເຮືອນສາກົນ (ICAO) ກ່ຽວກັບແຜນການຕັດຂາດຊ່ອງທາງຕິດຕໍ່ຄວບຄຸມການສັນຈອນທາງອາກາດກັບ ສ.ເກົາຫຼີ. ປີ 2024, ສປປ.ເກົາຫຼີ ໄດ້ແຈ້ງໃຫ້ ICAO ຮັບຊາບວ່າ ຈະຢຸດຕິການເຄື່ອນໄຫວຊ່ອງທາງຕິດຕໍ່ດັ່ງກ່າວເລີ່ມແຕ່ປີ 2025, ແຕ່ ສ.ເກົາຫຼີ ໄດ້ສະແດງທັດສະນະເປັນຫຼາຍຄັ້ງແລ້ວວ່າ ມີຄວາມຈຳເປັນຕ້ອງຮັກສາຊ່ອງທາງຕິດຕໍ່ໂດຍກົງນີ້.
ຕາມຂໍ້ຕົກລົງປີ 1997, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ສ້າງຊ່ອງທາງຕິດຕໍ່ໂດຍກົງລະຫວ່າງສູນຄວບຄຸມການສັນຈອນທາງອາກາດ ຢູ່ Daegu ຂອງ ສ.ເກົາຫຼີ ແລະ ພຽງຢ່າງ ຂອງ ສປປ.ເກົາຫຼີ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສັນຈອນຄົມມະນາຄົມທາງອາກາດລະຫວ່າງສອງພາກ ເກົາຫຼີ. ເຖິງຢ່າງໃດກໍຕາມ, ຊ່ອງທາງຕິດຕໍ່ດັ່ງກ່າວບໍ່ໄດ້ນຳໃຊ້ ຍ້ອນບໍ່ມີການສັນຈອນຄົມມະນາຄົມທາງອາກາດລະຫວ່າງສອງປະເທດ, ແຕ່ຍັງມີການຕິດຕໍ່ດຳເນີນເປັນປະຈຳ ໃນເວລາ 7 ໂມງເຊົ້າຂອງທຸກໆວັນ ເພື່ອກວດກາການເຊື່ອມຕໍ່ຂອງຊ່ອງທາງຕິດຕໍ່ນີ້. ປັດຈຸບັນ, ຍັງບໍ່ທັນຮູ້ຢ່າງລະອຽດວ່າ ສປປ.ເກົາຫຼີ ຍັງຢາກຕັດຂາດຊ່ອງທາງຕິດຕໍ່ພົວພັນນີ້ອີກຫຼືບໍ.