ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນ້ຳຖ້ວມຍາມລບະດູໜາວ ແລະ ມີອູນຫະພູນຫລຸດລົງຫຼາຍ.
ວັນທີ 19 ທັນວາ, ສປຊ ໃຫ້ຮູ້ວ່າ ໄພອຶດຫິວເຄີຍໄດ້ປະກາດຢູ່ເຂດ ກາຊາ ເມື່ອເດືອນສິນຫາຜ່ານມາ ໄດ້ສິ້ນສຸດລົງຢ່າງເປັນທາງການ ຍ້ອນຄວາມສາມາດເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳໄດ້ຮັບການປົວແປງ ພາຍຫຼັງຄຳສັ່ງຢຸດຍິງ. ແຕ່ເຖິງແນວນັ້ນກໍ່ຕາມ, ອົງການນີ້ຍັງເນັ້ນໜັກວ່າ ສະພາບທັນຍາຫານຢູ່ເຂດດິນແດນ ປາແລັດສະຕິນ ຍັງ “ຮ້າຍແຮງທີ່ສຸດ”.
ຕາມຂໍ້ລິເລີ່ມຈັດແບ່ງການຄ້ຳປະກັນດ້ານສະບຽງອາຫານປະສົມ(IPC), ປະຈຸບັນ, ບໍ່ມີເຂດໃນຢູ່ເຂດ ກາຊາ ຖືກຈັດເຂົ້າໃນລະດັບ “ໄພອຶດຫິວ ແຕ່ທົ່ວເຂດ ກາຊາ ຍັງນອນໃນ “ສະພາບສຸກເສິນ”. ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນ້ຳຖ້ວມຍາມລບະດູໜາວ ແລະ ມີອູນຫະພູນຫລຸດລົງຫຼາຍ.