ຂ່າວສານ

ສ​ປ​ຊ ຫຼຸດ​ອັດ​ຕາ​ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ລົງ

ຕາມ​ບົດ​ລາຍ​ງານ​ສະ​ພາບ​ການ ແລະ ແງ່​ຫວັງ​ເສດ​ຖະ​ກິດ​ໂລກໄລ​ຍະ​ກາງ​ປີ 2026 ໂດຍ ສ​ປ​ຊ ປະ​ກາດ​ໃນ​ວັນ​ທີ 19 ພຶດ​ສະ​ພາ, ລະ​ດັບ​ການ​ເຕີບ​ໂຕ GDP ທົ່ວ​ໂລກ ໄດ້​ຮັບ​ການ​ດັດ​ປັບຫຼຸດ​ລົງ​ແຕ່ 2,7% (ຕົວ​ເລກ​ທີ່​ຄາດ​ຄະ​ເນ​ເມື່ອ​ເດືອນ ມັງ​ກອນ 2026) ລົງ​ເປັນ 2,5%.
  ທ່ານ Shantanu Mukherjee, ຜູ້​ອຳ​ນວຍ​ການ​ວິ​ເຄາະ​ເສດ​ຖະ​ກິດ​ຂຶ້ນ​ກັບ​ກົມ​ເສດ​ຖະ​ກິດ ແລະ ສັງ​ຄົມ​ຂອງ ສ​ປ​ຊ (ພາບ: REUTERS)  

ສິ່ງ​ທີ່​ໜ້າ​ວິ​ຕົກ​ກັງ​ວົນ​ກວ່າ​ນັ້ນ​ແມ່ນ, ໃນ​ກໍ​ລະ​ນີ​ທີ່​ບໍ່​ດີ, ຕົວ​ເລກ​ດັ່ງ​ກ່າວ ອາດ​ຈະ​ຫຼຸດ​ລົງ​ເຫຼື​ອ​ພຽງ 2,1% ເທົ່າ​ນັ້ນ, ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນ​ດາ​ລະ​ດັບ​ການ​ເຕີບ​ໂຕ​ຕ່ຳ​ທີ່​ສຸດ​ໃນ​ສະ​ຕະ​ວັດ​ນີ້, ຍົກ​ເວັ້ນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ 19 ແລະ ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກ​ປີ 2008.

ທ່ານ Shantanu Mukherjee, ຜູ້​ອຳ​ນວຍ​ການ​ວິ​ເຄາະ​ເສດ​ຖະ​ກິດ​ຂຶ້ນ​ກັບ​ກົມ​ເສດ​ຖະ​ກິດ ແລະ ສັງ​ຄົມ​ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ ໂລກ “ຍັງ​ບໍ່​ທັນ​ເຖິງ​ຂັ້ນ” ຕົກ​ເຂົ້າ​ສູ່​ສະ​ພາ​ບ​ຊຸດ​ໂຊມ, ແຕ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ຕື້​ຄົນ ຈະ​ມີ​ຄວາມ​ຫຍຸ້ງ​ຍາກກວ່າ ແລະ ບາງ​ປະ​ເທດ​ອາດ​ຈະ​ເຫັນ​ປະ​ຈັກ​ຕາ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ການ​ເຕີບ​ໂຕ​ເປັນ​ລົບ.

ໄພ​ເງິນ​ເຟີ້​ທົ່ວ​ໂລກ ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ​ຈະເພີ່ມ​ຂຶ້ນ 3,9% ໃນ​ປີ​ນີ້, ສູງກວ່າ 0,8ຈຸດ​ຄະ​ແນ​ນ​ສ່ວນ​ຮ້ອຍ ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ເມື່ອ​ຕົ້ນ​ປີ 2026.


top