ວັນທີ 26 ມີນາ, ສປຊ ໄດ້ປະກາດແຜນການເຄື່ອນໄຫວສະບັບປັບປຸງແນໃສ່ໃຫ້ການໜູນຊ່ວຍປະຊາຊົນ ກູບາ 2 ລ້ານຄົນໂດຍດ່ວນ ຕໍ່ວິກິດການດ້ານພະລັງງານທີ່ຮ້າຍແຮງ ແລະ ຜົນຮ້າຍທີ່ຕາມມາຂອງພາຍຸ.
Havana, ກູບາ ວັນທີ 21/3/2026 ບໍ່ມີໄຟຟ້າໃຊ້ (ພາບ: REUTERS/Norlys Perez)
ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ແຜນການປັບປຸງຄັ້ງນີ້ຈະເປີດກວ້າງຂອບຂະໜາດໜູນຊ່ວຍຂຶ້ນເຖິງເກືອບເຄິ່ງໜຶ່ງຈຳນວນແຂວງ/ນະຄອນຂອງ ກູບາ, ສຸມໃສ່ບັນດາມາດຕະການພະລັງງານທົດແທນເພື່ອຮັກສາການເຄື່ອນໄຫວໃນບັນດາຂົງເຂດແກ່ນສານ. ໄປຄຽງຄູ່ກັນນັ້ນ, ສປຊ ຍັງຄົງມານະພະຍາຍາມແກ້ໄຂບັນດາຜົນກະທົບທີ່ຍັງຄົງຄ້າງຈາກພາຍຸ Melissa, ທີ່ໄດ້ກໍ່ຜົນເສຍຫາຍແຕ່ເດືອນພະຈິກປີ 2025. ສປຊ ຢັ້ງຢືນວ່າ ວຽກງານຮັບປະກັນແຫຼ່ງເຊື້ອເພີງ ແມ່ນບຸລິມະສິດແຖວໜ້າ ແລະ ແມ່ນເງື່ອນໄຂແກ່ນສານເພື່ອຫັນບັນດາຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳຢູ່ ກູບາ ໃຫ້ປະກົດຜົນເປັນຈິງ.
ກ່ອນໜ້ານັ້ນ, ວັນທີ 24 ມີນາ, ຫ້ອງປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ຜັນຂະຫຍາຍແຜນການທີ່ມີມູນຄ່າ 94 ລ້ານ USD ເພື່ອໃຫ້ການຊ່ວຍເຫຼືອ 2 ລ້ານຄົນ, ເທົ່າກັບ 1/5 ປະຊາກອນທັງໝົດຂອງ ກູບາ, ຜ່ານການຮັກສາບັນດາລະບົບສະໜອງການບໍລິການທີ່ຈຳເປັນ ແລະ ປົກປ້ອງຊີວິດ.