ໃນເທດສະການ ວິຫານ ຊ໋າຍ, ລະບົບບັນດາຂຸນນາງ ມີບົດບາດສຳຄັນເປັນພິເສດ, ສ້າງໂຄງປະກອບພິທີການທີ່ມີລັກສະນະຄືກັບລາຊະວົງຈຳລອງ
ຢູ່ທ່າມກາງບ້ານຊ່ອງ. ບັນດາຂຸນນາງ ພ້ອມກັບ ກະສັດ ແລະ ເຈົ້າພະຍາ
ປະກອບເປັນໂຄງຮ່າງການດຳເນີນພິທີ, ຮັບປະກັນຄວາມສັກສິດ ແລະ
ມາດຕະຖານ ຂອງຂະບວນແຫ່ທັງໝົດ. ພາບ: ກົງດາດ/VNP
ເທດສະການ ວິຫານ ຊ໋າຍ ໄດ້ຖືກຈັດຂຶ້ນ ດ້ວຍຄວາມປາດຖະໜາໃຫ້ປີໃໝ່ມີຄວາມສະຫງົບສຸກ, ມີໂຊກລາບ ແລະ ມີຄວາມສຸກ. ໃນຖານະເປັນກິດຈະກຳທາງຄວາມເຊື່ອຖືໃນຕົ້ນ ລະດູບານໃໝ່, ເທດສະການນີ້ປຽບເໝືອນ "ຫໍພິພິທະພັນທີ່ມີຊີວິດ"
ສ່ອງແສງໃຫ້ເຫັນຊີວິດດ້ານວັດທະນະທຳ ແລະ ຈິດໃຈ ທີ່ອຸດົມສົມບູນ ຂອງປະຊາຊົນ. ພາບ:
ກົງດາດ/VNP
ບໍ່ພຽງແຕ່ແມ່ນການແຫ່ ວໍເທົ່ານັ້ນ, ເທດສະການນີ້ ຍັງແມ່ນໂອ ກາດ ໃຫ້ຊຸມຊົນ ໄດ້ມີສ່ວນຮ່ວມ ໃນທຸກຂັ້ນຕອນການກະກຽມ, ຕັ້ງແຕ່ ການຄັດເລືອກ ຊຸດອາພອນ, ການຈັດວາງພິທີກຳ ຈົນເຖິງການ ຈັດຕັ້ງ ຂະບວນແຫ່.
ເຊິ່ງການມີສ່ວນຮ່ວມນີ້ເອງ ໄດ້ຊ່ວຍໃຫ້ເທດສະການ ໄດ້ຮັບການຮັກສາ ແລະ
ສືບທອດກັນມາຫຼາຍເສັ່ນຄົນ, ສ້າງໃຫ້ເກີດພະລັງຊີວິດທີ່ຍືນຍົງ ຂອງ ມໍລະດົກວັດທະນະທຳ ໃນຊີວິດປັດຈຸບັນ.