ຂ່າວສານ

ສ້າງ ແລະ ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບເຕັກໂນໂລຊີກວນເຕີມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ສຸມໃສ່ກວດກາຄືນບັນດາລະບົບຂໍ້ມູນສຳຄັນຂອງພັກ, ລັດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທະນາຄານ… ທັງໝົດ
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວ​ຄຳ​ເຫັນທີ່ການເຮັດວຽກ)  

ຕອນ​ເຊົ້າ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ທີ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະຊີ້​ນຳ​ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ກາ​ນ​ຄະ​ນະຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ໃຫ້​ ​ແຜນ​ນະ​ໂຍ​ບາຍ ຫົວ​ເລື່ອງ “ຄົ້ນ​ຄວ້າ​ການ​ນຳ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ກວນ​ເຕີມ ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ”.

ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ສຸມ​ໃສ່ກວດ​ກາ​ຄືນ​ບັນ​ດາ​ລະ​ບົບ​ຂໍ້​ມູນ​ສຳ​ຄັນ​ຂອງ​ພັກ, ລັດ, ​ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ທະ​ນາ​ຄານ… ທັງ​ໝົດ ເພື່ອ​ສ້າງ​ແຜນ​ການ​ຫັນ​ປ່ຽນ​ໃຫ້​ເໝາະ​ສົມ, ຮັບ​ປະ​ກັນ​ເລື່ອງ​ເປັນ​ເຈົ້າ​ການ​ແຕ່​​ໄວ, ແຕ່​ໄ​ກ, ສຸມ​ໃສ່​ລົງ​ທຶນ​ໂດຍ​ມີ​ຈຸດ​ສຸມ, ຈຸດ​ໜັກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງວ່າ:

“ສ້າງ ແລະ ປະ​ກາດ​ໃຊ້​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີກວນ​ເ​ຕີມ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ການສ້າງ​ຕັ້ງ​ສູນ​ແຫ່ງ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ກວມ​ເຕີມ ກັບ​ກຸ່ມ​ຄົ້ນ​ຄວ້າ​​ລົງ​ເລິກຈຳ​ນວນ​ໜຶ່ງ​, ຫ້ອງ​ທົດ​ລອງ​ຈຸດ​ສຸມ​ບັນ​ລຸ​ມາດ​ຖານ​ແຫ່ງ​ຊາດ, ພັດ​ທະ​ນາ​ລະ​ບົບ​ຊີ​ວະ​ພາບ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ກວນ​ເຕີມ, ​ອາດ​ຄັດ​ເລືອກ​ແຕ່ 3 ຫາ 5 ໂຄງ​ການ​ທົດ​ລອງ​ລະ​ດັບ​ຊາດ ເພື່ອ​ສຸມ​​ແຫຼ່ງ​ກຳ​ລັງ​ປະ​ຕິ​ບັດ”.


top