ສິລະປະ

ສ້າງ ສິລະປະ ຕ່ວງ ເຫວ້ ໃຫ້ຈະເລີນພັດທະນາ

ຜ່ານການເວລາ, ສິລະປະຕ່ວງ ໃນພະລາຊະວັງ ເຫວ້ ຄ່່ອຍໆ ຖືກ ເສື່ອມຫາຍໄປ ແຕ່ໂຊກດີ ໄດ້ບັນດານັກສິລະປິນ ທີ່ກະຕືລືລົ້ນ ຂອງ ໂຮງລະຄອນສິລະປະພື້ນເມືອງ ໃນ ພະລາຊະວັງ ເຫ້ວ ອອກແຮງ ພະຍາຍາມຮັກສາ ແລະ ຫາວິທີ ສ້າງຮູບການສິລະປະທີ່ເປັນເອກະລັກນີ້້ ໃຫ້ຈະເລີນພັດທະນາ. 

ຕ່ວງ ຫຼື ເອີ້ນວ່າ ຂັບໂບ້, ຂັບໂບ້ຍ ແມ່ນຮູບແບບລຳເລື່ອງ ພື້ນເມືອງ ທີ່ມີຊື່ສຽງ ຂອງ ຫວຽດນາມ. ຕາມບັນທຶກປະຫວັດສາດ ຕ່ວງມີມາແຕ່ ສະໄໝ ລາຊະວົງ ເຈິ່ນ (ປະມານສະຕະວັດທີ XIII) ແລະ ມີການຂະຫຍາຍຕົວຢ່າງຮຸ່ງເຮືອງ ໃນສະໄໝລາຊະວົງ ຫງວຽນ (ສະຕະວັດທີ XIX)

ໃນຕ່ວງ ມີການປະສົມປະສານຂອງຫຼາຍຮູບການຄື: ຂັບ, ຟ້ອນ, ດົນຕີ, ວິຈິດສິນ, ວັນນະຄະດີ... ວິທີການສະແດງ ມີລັກສະນະວາດພາບ ຄືນສູງ; ນັກສະແດງ ໄດ້ນຸ່ງເຄື່ອງ ແລະ ແຕ່ງຕົວຢ່າງລະອຽດ ແລະ ປະທັບໃຈ ຕາມແບບສະເພາະຕ່າງຫາກ; ເນື້ອໃນຂອງບົດລະຄອນ ແມ່ນສະຫງ່າຜ່າເຜີຍ, ເຊີດຊູນ້ຳໃຈຮັກຊາດ, ພ້ອມແລ້ວທີ່ຈະ ເສຍສະຫຼະຊີວິດເພື່ອຊາດ.

ໃນສະໄໝລາຊະວົງ ຫງວຽນ ຢູ່ເມືອງ ເຫວ້, ຕ່ວງ ຖືກນຳເຂົ້າໃນພະລາ ຊະວັງ ໂດຍໄວ ເພື່ອຮັບໃຊ້ການສະແດງ. ປຶ້ມປະຫວັດສາດ ກ່າວວ່າ ກະ ສັດ ແທ່ງຖ໋າຍ (ປົກຄອງ 1889 - 1907) ມີຄວາມ ຫຼົງໄຫຼ ຕ່ວງ ເຖິງຂັ້ນ ບໍ່ພຽງແຕ່ໃຫ້ລາງວັນເງິນຄຳເທົ່ານັ້ນ, ແຕ່ຍັງ ໄດ້ປະດັບຍົດສັກ ໃຫ້ຂັ້ນອາຈານ ຕ່ວງ ຜູ້ມີຄວາມສາມາດຫຼາຍຄົນອີກດ້ວຍ. ຍິ່ງໄປກວ່ານັ້ນ ເພິ່ນຍັງໄດ້ຮັບຮູ້ວ່າ ເປັນມະຫາກະສັດ ໜຶ່ງດຽວ ຂອງ ສະໄໝລາຊະວົງ ຫງວຽນ ທີ່ເຄີຍຂຶ້ນສະແດງ ຕ່ວງ ແລະ ທັງເປັນ ນັກຕີກອງ ຕ່ວງ ທີ່ມີພອນສະຫວັນ.

ບັນດານັກສິລະປິນ ເຫວ້ ເຂົ້າຮ່ວມການໂຄສະນາ ສິລະປະ ຕ່ວງ ໃນພະລາຊະວັງ ເຫວ້. ພາບ: ກົງດາດ
ຮູບພາບທີ່ສ້າງຄວາມປະທັບໃຈ ຂອງນັກສິລະປິນ ຕ່ວງ ຢູ່ຕາມຖະໜົນ ເຫວ້. ພາບ: ກົງດາດ
ນັກທ່ອງທ່ຽວ ແລະ ມວນຊົນ ເຫວ້ ຄົ້ນພົບຄວາມງາມ ຂອງສິລະປະ ຕ່ວງໃນພະລາຊະວັງ  ຢູ່ຕາມທ້ອງຖະໜົນ. ພາບ: ກົງດາດ
ນັກສິລະປິນ ຕ່ວງ ແຕ່ງຕົວເປັນຫຼາຍຕົວລະຄອນ ເພື່ອເຂົ້າຮ່ວມ ການສະແດງຢູ່ຕາມທ້ອງຖະໜົນ. ພາບ: ກົງດາດ
ນັກສິລະປິນ 200 ກວ່າຄົນໄດ້ເຂົ້າຮ່ວມລາຍການສະແດງ ຢູ່ຕາມ ຖະໜົນ ເພື່ອແນະນຳ ແລະ ໂຄສະນາສິລະປະ ຕ່ວງ ໃນພະລາຊະວັງ ເຫວ້. ພາບ: ກົງດາດ
ຄະນະສະແດງ ຕ່ວງໃນພະລາຊະວັງ ບົນເສັ້ນທາງໄປເຖິງ ກຳແພງ ເຫວ້. ພາບ: ກົງດາດ
ຄະນະນັກສະແດງ ຕ່ວງ ຜ່ານປະຕູ ຫຽນເຍີນເຂົ້າສູ່ພາຍໃນວັງ ເຫວ້. ພາບ: ແທງຮ່ວາ

ພາຍໃຕ້ການປົກຄອງ ຂອງ ເຈົ້າຊີວິດ ມິງມ້າງ (ປີ 1820-1841), ກະ ສັດ ໄດ້ສ້າງໂຮງລະຄອນ ຢວຽດທິເດື່ອງ ຊຶ່ງ ແມ່ນໂຮງລະຄອນ ແຫ່ງທຳອິດ ທີ່ໄດ້ຮັບການກໍ່ສ້າງໃນວັງ, ຕົ້ນຕໍແມ່ນເພື່ອການສະແດງ ຕ່ວງ ຮັບໃຊ້ເຈົ້າຊີວິດ, ເຈົ້າຂຸນມຸນນາຍ ແລະ ຍາດພີ່ນ້ອງຂອງເຈົ້າຊີວິດ ໃນລາຊະວົງ. ໃນສະໄໝ ເຈົ້າຊີວິດ ຕື້ດຶກ (ປົກຄອງແຕ່ປີ 1847-1883), ສິລະປະ ຕ່ວງ ໄດ້ມີການຂະຫຍາຍຕົວເຖິງຂັ້ນສູງສຸດ ເມື່ອກະສັດ ໃຫ້ສ້າງໂຮງລະຄອນ ມິງຄຽມເດື່ອງ, ເຕົ້າໂຮມນັກດົນຕີ, ນັກຮ້ອງ ທ່ີເກັ່ງ ມາທີ່ນີ້ເພື່ອການຝຶກຊ້ອມ ແລະ ສະແດງ.

ອາດເວົ້າໄດ້ວ່າ ສິລະປະ ຕ່ວງ ໃນພະລາຊະວັງ ເຫວ້ ໄດ້ສ່ອງແສງ ໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບ ໂລກະທັດ ຂອງ ສັງຄົມສັກດິນາ ຫງວຽນ, ແມ່ນຕົວແທນແບບຢ່າງ ໃຫ້ແນວໂນ້ມ ເວທີສະແດງ ແລະ ເປັນມໍລະ ດົກວັດທະນະທຳ ຂອງ ຊາດ.

ພິທີໄຫວ້ບູຊາບັນພະບຸລຸດອາຊີບຢູ່ ແທງບິ່ງ ຊຶ່ງເປັນບ່ອນບູຊາ ບັນພະບຸ ລຸດ ອາຊີບ ຕ່ວງໃນພະລາຊະວັງ ເຫວ້. ພາບ: ກົງດາດ
ນັກສິລະປິນ ຕ່ວງ ໃນພະລາຊະວັງ ເຫວ້ ອ່ານບົດສູດມົນ ໃນພິທີບູຊາ ບັນພະບຸລຸດອາຊີບ. ພາບ: ກົງດາດ
ນັກສິລະປິນຜູ້ຍອດຢ້ຽມຂອງຄະນະ ຕ່ວງ ໃນພະລາຊະວັງ ເຫວ້ ດຳເນີນພິທີໄຫວ້ບູຊາ ຢູ່ຕໍ່ໜ້າ ບັນພະບຸລຸດອາຊີບດ້ວຍໃຈສັດທາ. ພາບ: ກົງດາດ
ໜ້າກາກ ຕ່ວງ ຖືກຈັດລຽງ ຢ່າງໜ້າປະທັບໃຈ ໃນພື້ນທີ່ ຂອງ ເຮືອນບູຊາບັນພະບຸລຸດອາຊີບ. ພາບ: ແທງຮ່ວາ
ບັນດານັກສິລະປິນ ຢູ່ໝູ່ບ້ານ ຕ່ວງ, ເຂດ 5, ຕາແສງ ຟູ໋ຮຽບ, ນະຄອນ ເຫວ້ ພ້ອມພຽງກັນກະກຽມ ກ່ອນເວລາສະແດງ. ພາບ: ແທງຮ່ວາ
ນັກສິລະປິນ ຕ່ວງ ແຕ່ງກາຍເປັນຕົວລະຄອນ. ພາບ: ກົງດາດ
ຕາມປົກກະຕິແລ້ວ ນັກສະແດງຈະແຕ່ງກາຍ ໃຫ້ຕົວລະຄອນ ຂອງຕົນ ດ້ວຍຕົນເອງ. ພາບ: ກົງດາດ
ສິລະປະ ແຕ່ງກາຍທີ່ມີລັກສະນະວາດພາບຄືນ ສະແດງໃຫ້ເຫັນ ບຸກຄະລິກຂອງຕົວລະຄອນຢ່າງແຈ້ງຊັດ. ພາບ: ກົງດາດ
ນັກສິລະປິນ ລາຕ໋ວນ ແຕ່ງກາຍເປັນຕົວລະຄອນ ແມ້ງເລືອງ ໃນບົດຄັດຕອນ ຕ່ວງບູຮານ “ແມ້ງເລືອງຈັບມ້າ”. ພາບ: ແທງຮ່ວາ

ປະຫວັດສາດ ໄດ້ເປີດໜ້າສັກກະລາດໃໝ່, ນັບແຕ່ລະບອບສັກດິນາ ຂອງ ລາຊະວົງ ຫງວຽນ ສິ້ນສຸດລົງ, ວັນເດືອນປີ ໄດ້ຜ່ານໄປ, ສິລະປະ ຕ່ວງ ເຫວ້ ໃນສະໄໝກ່ອນຄ່ອຍໆ ຈາງຫາຍໄປ ກັບວັນເວລາ. ສິ່ງທີ່ໂຊກດີກໍ່ຄື ໄດ້ບັນດານັກສິລະປິນ ຂອງ ໂຮງລະຄອນສິລະປະພື້ນ ເມືອງ ໃນພະລາຊະວັງ ເຫວ້ ປັດຈຸບັນ ໄດ້ຜ່ານຜ່າອຸປະສັກນາໆ ປະການ ແລະ ສິ່ງທົດສອບຫຼາຍຢ່າງ ດ້ວຍຄວາມງຽບໆ ແລະ ອົດທົນເພື່ອການຮັກສາສິລະປະ ຕ່ວງ ອັນລ້ຳຄ່າ ທີ່ຖືກຕົກທອດມາໃຫ້ ຈາກສະໄໝກ່ອນ. 

ເຖິງວ່າ ຈະບໍ່ຢູ່ໃນສະໄໝຮຸ່ງເຮືອງ ຄືສະໄໝກ່ອນກໍຕາມ, ແຕ່ເວທີສະ ແດງ ຂອງ ນັກສິລະປິນ ຕ່ວງ ໃນພະລາຊະວັງ ເຫວ້ ບາງຄັ້ງ ກໍໄດ້ເປີດ ການເຄື່ອນໄຫວ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວ, ເພາະສະ ນັ້ນສ່ວນໃດສ່ວນໜຶ່ງໄດ້ເຮັດໃຫ້ ຟື້ນຊີບຄືນໃໝ່ ສິລະປະ ຕ່ວງ ເຫວ້ ແລະ ນຳມາໃຫ້ທ່ານຜູ້ຊົມ ບັນດາລາຍການສະແດງທີ່ເຕັມໄປດ້ວຍ ຄວາມຮູ້ສຶກ ວ່າດ້ວຍ ຮູບແບບ ສິລະປະ ທີ່ເຄີຍຖືວ່າ ແມ່ນ “ລະຄອນ ແຫ່ງຊາດ” ຂອງ ຫວຽດນາມ.

ສິ່ງລໍ້າຄ່າຍິ່ງກວ່ານັ້ນ, ໂຮງລະຄອນສິລະປະພື້ນເມືອງ ໃນ ພະລາຊະວັງ ເຫວ້ ກຳລັງຝັກໄຝ່ຄວາມມຸ່ງຫວັງ ຫຼາຍຢ່າງ ເພື່ອສ້າງປະເພດສິລະປະ ທີ່ເປັນເອກະລັກສະເພາະນີ້ ໃຫ້ມີ ຄວາມຈະເລີນພັດທະນາ. ເມື່ອມໍ່ໆ ນີ້, ມີບົດລະຄອນ,  ບົດຄັດຕອນຫຼາຍບົດ ໄດ້ເສີມສ້າງປະສົບຜົນສຳເລັດ ແລະ ນຳເຂົ້າສະແດງຮັບໃຊ້ມະຫາຊົນ. ມີບົດຄັດຕອນທີ່ດີຫຼາຍບົດ ຍັງໄດ້ຮັບການຈັດສ້າງ, ຜັນຂະຫຍາຍ ເຂົ້າໃນບັນດາລາຍການ ສິລະປະ ຂອງງານມະໂຫລານ ເຫວ້ ຄັ້ງຕ່າງໆ ເຊັ່ນ: ຄ່ຳຄືນ ໃນພະລາຊະວັງ, ພິທີສະຫຼອງປີໃໝ່, ງານສະແດງຢູ່ຕາມຖະໜົນ... ເພື່ອໃຫ້ສິລະປະ ຕ່ວງ ໃນພະລາຊະວັງ ສາມາດເຂົ້າໃກ້ມະຫາຊົນ ຍິ່ງຂຶ້ນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. 

ຜູ້​ຊົມ ​ຊົມ​ການ​ສະ​ແດງ​ ຕ່ວງຢູ່​ສາລາ ງີງເລືອງ. ພາບ: ແທງຮ່ວາ
ນັກ​ສິລະ​ປິ​ນ ຕ່ວງ ​ກ່ອນ​ຂຶ້ນ​ເວທີສະແດງ. ພາບ: ແທງຮ່ວາ
ນັກສະແດງແປງຕົວກາຍເປັນຕົວລະຄອນ ໃນເວລາສວມບົດ. ພາບ: ກົງດາດ
ອະລິຍະບົດ ທີ່ມີລັກສະນະ ສະ​ແດງອາລົມຈິດສູງ​ ຂອງ​ ສິ​ລະ​ປະ ຕ່ວງໃນພະລາຊະວັງ ເຫວ້. ພາບ: ກົງດາດ
ການແຕ່ງກາຍທີ່ມີລັກສະນະກົງກັນຂ້້າມຢ່າງຊັດເຈນ ລະຫວ່າງ ບັນດາຕົວລະຄອນ. ພາບ: ກົງດາດ
ນັກດົນຕີ ຂອງ ຄະນະ ຕ່ວງ. ພາບ: ກົງດາດ
ບັນດານັກສິລະປິນ ຕ່ວງເຫວ້ ສະແດງລາຍການ ອວຍພອນ ເຈົ້າຊີວິດ ໃຫ້ອາຍຸໝັ້ນຂວັນຍືນ ໃນໂອກາດຕົ້ນປີໃໝ່ ເພື່ອບໍລິການ ນັກທ່ອງທ່ຽວ ທີ່ມາຢ້ຽມຊົມພະລາຊະວັງ. ພາບ: ແທງຮ່ວາ

ໃນງານມະໂຫລານ ເຫວ້ 2022 ທີ່ໄດ້ຈັດຂຶ້ນ ໃນທ້າຍເດືອນ ມິຖຸນາ 2022, ເປັນຄັ້ງທຳອິດ ມີນັກສິລະປິນ, ນັກສະແດງ 200 ກວ່າຄົນ ຂອງໂຮງລະຄອນສິລະປະພື້ນເມືອງ ໃນພະລາຊະວັງ ເຫວ້ ໄດ້ຈັດຕັ້ງລາຍການ ໂຄສະນາແນະນຳ ສິລະປະ ຕ່ວງ ພື້ນເມືອງ ໃນພະລາຊະວັງ ເຫວ້ ຢູ່ຕາມຖະໜົນ ປະສົບຜົນສຳເລັດ. ລາຍການ ໄດ້ດຶງດູດຄວາມສົນໃຈ ເປັນພິເສດ ຈາກນັກທ່ອງທ່ຽວ ແລະ ຊາວເມືອງ ເຫວ້ ດ້ວຍຫຼາຍເນື້ອໃນທີ່ ເປັນເອກະລັກເຊັ່ນ: ພິທີ ໄຫວ້ອາໄລ ບັນພະບຸລຸດອາຊີບ ຢູ່ ແທງບິ່ງ (ບ່ອນບູຊາ ບັນພະບຸລຸດ ອາຊີບ ຕ່ວງໃນພະລາຊະວັງ ເຫວ້), ຂະບວນ ແຫ່ໜ້າກາກ ຕ່ວງ, ງານສະແດງ ຢູ່ຕາມຖະໜົນ ແລະ ການສະແດງ ບົດຄັດ ຕ່ວງ ທີ່ດຶງດູດໃຈ ແລະ ເປັນເອກະລັກສະເພາະ ຢູ່ ສາລາ ງີງເລືອງ  ຕໍ່ໜ້າທ່າເຮືອ ຟູວັນເລົາ...

top