ຂ່າວສານ

ສ້າງ​ແລ​ວ​ນິ​ຕິ​ກຳ​ທີ່ໝັ້ນ​ທ່ຽງ, ບຸກ​ທະ​ລຸ, ມີ​ຄວາມ​ເປັນ​ໄປ​ໄດ້​ເພື່ອ​ພັດ​ທະ​ນາ​ຕົວ​ເມືອງ​ພິ​ເສດ ແລະ ເຂດ​ເສດ​ຖະ​ກິດ​ພິ​ເສດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັ້ງ ສະ​ເໜີ​ກະ​ຊວງ​ຍຸ​ຕິ​ທຳ, ກະ​ຊວງ​ການ​ເງິນ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ, ຍົກ​ອອກ​ຊື່​ທີ່​ເໝາະ​ສົມ, ຖືກ​ຕ້ອງ​ກັບ​ສີ​ສັນທາດ​ແທ້​ຂອງ​ກົດ​ໝາຍທີ່​ສຸດ.
  ທ່ານ​ຫງວຽນ​ວັນ​ທັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ແລະ ທ່ານ​ ເລ​ຕຽນ​ເຈົ້າ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຕົວ​ເມືອງ​ພິ​ເສດ ແລະ ເຂດ​ເສດ​ຖະ​ກິດ​ພິ​ເສດ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 2 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ຫງວຽນ​ວັນ​ທັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ແລະ ທ່ານ​ ເລ​ຕຽນ​ເຈົ້າ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຕົວ​ເມືອງ​ພິ​ເສດ ແລະ ເຂດ​ເສດ​ຖະ​ກິດ​ພິ​ເສດ. ຢູ່ກອງ​ປະ​ຊຸມ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໄດ້​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຊື່​​ເອີ້ນຂອງ​ກົດ​ໝາຍ, ຂອບ​ເຂດ​ການ​ປັບ​ປຸງ, ແບບວິ​ທີ​ການ, ຄວາມ​ຄືບ​ໜ້າ, ວິ​ທີ​ການ​ສຳ​ຜັດ, ​ການຈັດຕັ້ງ​ກົງ​ຈັກ ແລະ ບັນ​ດາຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັ້ງ ສະ​ເໜີ​ກະ​ຊວງ​ຍຸ​ຕິ​ທຳ, ກະ​ຊວງ​ການ​ເງິນ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ, ຍົກ​ອອກ​ຊື່​ທີ່​ເໝາະ​ສົມ, ຖືກ​ຕ້ອງ​ກັບ​ສີ​ສັນທາດ​ແທ້​ຂອງ​ກົດ​ໝາຍທີ່​ສຸດ. ກ່ຽວ​ກັບ​ຮູບ​ແບບ​ການ​ຈັດ​ຕັ້ງ, ສະ​ເໜີ​ກະ​ຊວງ​ພາຍ​ໃນ, ກະ​ຊວງ​ຍຸ​ຕິ​ທຳ, ກະ​ຊວງ​ການ​ເງິນ ປະ​ສານ​ສົມ​ທົບ​ກັບສຳຫຼວດກວດ​ຄືນ, ​ສ້າງ, ວິ​ເຄາະ, ຕີ​ລາ​ຄາ​ຈຸ​ດ​ດີ​ຈຸ​ດ​ອ່ອນຂອງ​ແຕ່​ລະ​ແຜນ​ການ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ບານ ກໍ່​ຄື​ບັນ​ດາ​ຂັ້ນ​ທີ່ມີ​ສິດ​ອຳ​ນາດ​ພິ​ຈາ​ລະ​ນາ, ເລືອກ​ເອົ​າແບບ​ທີ​ວີ​ດີ​ທີ່​ສຸດ. ​ເຫັນ​ດີໂດຍ​ພື້ນ​ຖານ​ຕໍ່​ທັດ​ສະ​ນະ​ໝູນ​ໃຊ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ສຳ​ລັບ​ເຂດ​ພິ​ເສດ​ບົນ​ພື້​ນ​ຖານ​ນະ​ໂຍ​ບາຍ​ສະ​ຫງວນ​ໃຫ້​ແກ່​ເຂດ​ຕົວ​ເມືອງ​ພິ​ເສດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັ້ງ ຖື​ວ່າ ບັນ​ດາ​ຈຸດ​ແຕກ​ຕ່າງ​ກັນ​ທີ່​ຈຳ​ເປັນນັ້ນ ​ອາດ​ສາ​ມາດ​ເພີ່ມ​ຂໍ້​ກຳ​ນົດເຂົ້າໃນ​ກົດ​ໝາຍ​ສະ​ບັບ​ນີ້ ​ຕື່ມ​ອີກ.


top