ຕອນບ່າຍວັນທີ 30 ກໍລະກົດ, ນະຄອນ ຫາຍຟ່ອງ ໄດ້ຈັດກອງປະຊຸມປະກາດບັນດາຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການສ້າງເຂດເສດຖະກິດສະເພາະກິດ ຫາຍຟ່ອງ ແລະ ອະນຸມັດແຜນຜັງລວມເຂດເສດຖະກິດແຄມທະເລທາງທິດໃຕ້ແຂວງ ຫາຍຟ່ອງ; ພ້ອມທັງເລີ່ມເຄື່ອນໄຫວເຂດການຄ້າເສລີ ຫາຍຟ່ອງ ພາຍໃຕ້ຫົວຂໍ້ “ສ້າງເຂດເຕີບໂຕໃໝ່”.
ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VNA)
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
“ຫາຍຟ່ອງ ຕ້ອງເພີ່ມທະວີການຮ່ວມສຳພັນກັບບັນດາທ້ອງຖິ່ນກ່ຽວກັບຄົມມະນາຄົມ, logistics, ພະລັງງານ, ຊັບພະຍາກອນມະນຸດ ແລະ ລະບົບສະໜອງ; ບໍ່ແກ້ງແຍ້ງຫັນປ່ຽນໂຄງການ, ແຕ່ພ້ອມກັນສ້າງລະບົບນິເວດທີ່ມີກຳລັງແກ້ງແຍ້ງຢ່າງພຽງພໍກັບບັນດາສູນເສດຖະກິດແຖວໜ້າຂອງພາກພື້ນ. ສ່ວນສຳລັບລັດຖະບານ, ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ສອດຄ່ອງກັບກົດໝາຍຂອງນັກລົງທຶນ; ຮັກສາສະພາບແວດລ້ອມນະໂຍບາຍທີ່ມີສະຖຽນລະພາບ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ເກີດຂຶ້ນໃໝ່ໃນຕົວຈິງຢ່າງທັນການ”.
ເນື່ອງໃນໂອກາດນີ້, ນະຄອນ ຫາຍຟ່ອງ ກໍໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນໃໝ່ ແລະ ດັດປັບເພີ່ມຈຳນວນທຶນໃຫ້ແກ່ 13 ໂຄງການ ແລະ 02 ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ໃຫ້ແກ່ບັນດານັກລົງທຶນທີ່ ມາຄົ້ນຄວ້າ ແລະ ລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ, ລວມມູນຄ່າທັງໝົດປະມານ 3,2 ຕື້ USD.