ຂ່າວສານ

ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່, ແທ້​ຈິງ, ມີ​ປະ​ສິ​ດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ລັດເຊຍ, ຕອນບ່າຍວັນທີ 10 ພຶດສະພາ (ຕາມເວລາ ມົດສະກູ), ຢູ່ວັງ Kremlin ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)

ຢູ່ກອງປະຊຸມເຈລະຈາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80  ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປິຕຸພູມລັດເຊຍ ແລະ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມພິທີເດີນສວນສະໜາມກ້ອນກຳລັງຢູ່ຈັດຕູລັດ ແດງ ໃນວັນທີ 09 ພຶດສະພາ.

ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງປະເທດ ລັດເຊຍ ໃນເວລາຜ່ານມາພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີ Putin. ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມ ໃນສະພາບການສອງປະເທດສະເຫຼີມສະຫຼອງ 75  ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 - 2025) ແລະ ບັນດາເຫດການປະຫວັດສາດທີ່ຍິ່ງໃຫຍ່ຂອງແຕ່ລະປະເທດ, ເປັນເອກະພາບຕ້ອງມີບັນດາໂຄງການລະອຽດ, ມີລັກສະນະສັນຍາລັກໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ ລັດເຊຍ ໃນຍຸກສະໄໝໃໝ່.

ສອງຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນບັນດາວິສາຫະກິດພະລັງງານ, ນ້ຳມັນອາຍແກັດຂອງສອງປະເທດ ເພີ່ມທະວີການຮ່ວມມື, ເປີດກວ້າງການລົງທຶນ ແລະ ການເຄື່ອນໄຫວໃນດິນແດນຂອງກັນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).  ການນຳສອງທ່ານກໍ່ເຫັນດີເປັນເອກະພາບສ້າງບາດກ້າວພັດທະນາໃໝ່, ແທ້ຈິງ, ມີປະສິດທິຜົນໃນບັນດາຂົງເຂດ: ວິທະຍາສາດ - ເຕັກໂນໂລຢີ, ພະລັງງານປະລະມານູ, ເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, ພັດທະນາພື້ນຖານໂຄງລ່າງ, ຂໍ້ມູນຂ່າວສານ.

ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບບັນດາການກຳນົດທິດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ລັດເຊຍ ໃນໄລຍະຮ່ວມມືໃໝ່.


top