ຂ່າວສານ

ສ້າງເງື່ອນໄຂເພື່ອໃຫ້ແນວໂຮມສອງປະເທດ ຫວຽດນາມ - ລາວ ແບ່ງປັນປະສົບການໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ

ຕອນ​ບ່າຍ​ວັນ​ທີ 3 ພະ​ຈິກ​, ຢູ່​ຮ່າ​ໂນ້ຍ​, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ (ແຕ່​ວັນ​ທີ 2 – 5 ພະ​ຈິກ​), ທ່ານ ສອນ​ໄຊ ສີ​ພັນ​ດອນ​, ປະ​ທານ​ສະ​ພາ​ແຫ່ງ​ຊາດ ສປປ ລາວ ໄດ້​ຕ້ອນ​ຮັບ​ທ່ານ​ນາງ ບຸ່ຍ​ທິ​ມິງ​ຮ່ວາຍ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​.

ທ່ານ ສອນ​ໄຊ ສີ​ພັນ​ດອນ ປາດ​ຖະ​ໜາ​ວ່າ​: ສອງ​ຝ່າຍ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ກໍ່​ສ້າງ​ພັກ​, ຄຸ້ມ​ຄອງ​​ລັດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​; ພ້ອມ​ທັງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​, ອົງ​ການ​ຈັດ​ຕັ້ງ ແລະ ທ້ອງ​ຖິ່ນ​, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​.

​ສ່ວນ​ທ່ານ​ນາງ ບຸ່ຍ​ທິ​ມິງ​ຮ່ວາຍ​, ກໍ່ ປາດ​ຖະ​ໜາ​ວ່າ ການ​ນຳ​​ຫຼັກ​ແຫຼ່ງສອງ​ປະ​ເທດ​, ໃນ​ນັ້ນ​ມີ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ​, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແນວ​ໂຮມ​ສອງ​ປະ​ເທດ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເຕົ້າ​ໂຮມ​, ສາ​ມັກ​ຄີ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​, ພັດ​ທະ​ນາ​ປະ​ເທດ​ຊາດ​; ຍູ້​ແຮງ​ການ​ໂຄ​ສະ​ນາ​, ສຶກ​ສາ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ​, ກ່ຽວ​ກັບ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ​, ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ຊາດ​.


top