ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢາກພັດທະນາແມ່ນຕ້ອງມີທຶນ; ແລະ ໜຶ່ງໃນບັນດາແຫຼ່ງກຳລັງດ້ານການເງິນແມ່ນມາຈາກສູນການເງິນສາກົນ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນຄ່ຳວັນທີ 22 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການສ້າງສູນການເງິນສາກົນຢູ່ ຫວຽດນາມ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢາກພັດທະນາແມ່ນຕ້ອງມີທຶນ; ແລະ ໜຶ່ງໃນບັນດາແຫຼ່ງກຳລັງດ້ານການເງິນແມ່ນມາຈາກສູນການເງິນສາກົນ. ຕາມທ່ານແລ້ວ, ຢາກເຮັດໄດ້ຄືແນວນັ້ນ, ຕ້ອງມີສະພາບແວດລ້ອມດ້ານກົດໝາຍ, ລະບອບລະບຽບການທີ່ກ້າວໜ້າ, ພື້ນຖານໂຄງການທັນສະໄໝ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
“ຕ້ອງເຄົາລົບລະບອບລະບຽບການຕະຫຼາດ. ລະບອບລະບຽບການຕະຫຼາດແມ່ນຕ້ອງແກ່ງແຍ້ງ, ແມ່ນອີງຕາມກົດເກນຂອງການສະໜອງ - ຄວາມຕ້ອງການ ແລະ ກົດເກນມູນຄ່າ. ທັງຮັບປະກັນການຊີ້ນຳຂອງພັກ, ການຄຸ້ມຄອງຂອງລັດຢ່າງເຄັ່ງຂັດ, ແຕ່ພັດປອດໂປ່ງ, ເປີດເຜີຍ ແລະ ຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດໄດ້. ການຄຸ້ມຄອງຢູ່ທີ່ນີ້ແມ່ນການຄຸ້ມຄອງພື້ນຖານໂຄງລ່າງທີ່ລຸລ່ວງ, ລະບອບລະບຽບການປອດໂປ່ງ ແລະ ການຄຸ້ມຄອງອັດສະລິຍະ”.
ຕາມບົດລາຍງານຂອງການນຳ 2 ທ້ອງຖິ່ນໄດ້ຄັດເລືອກເພື່ອກາຍເປັນສູນການເງິນຂອງ ຫວຽດນາມ ແມ່ນນະຄອນ ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ.