ຂ່າວສານ

ສ້າງຕັ້ງບັນດາຄະນະກວດກາການປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ໃນໄລຍະຈະມາເຖິງ, ຄະນະຊີ້ນຳຈະຈັດສົ່ງຄະນະໄປກວດກາຢູ່ບັນດາແຂວງ, ນະຄອນກ່ຽວກັບການປະຕິບັດຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດ.


ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ

(ພາບ: TTXVN)


ຕອນບ່າຍວັນທີ 02 ພະຈິກ, ຢູ່ສຳນັກງານລັດຖະບານ, ເມື່ອເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ຄະນະຊີ້ນຳຈະຈັດສົ່ງຄະນະໄປກວດກາຢູ່ບັນດາແຂວງ, ນະຄອນກ່ຽວກັບການປະຕິບັດຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດ. ປຶກສາຫາລືເລື່ອງສືບຕໍ່ປະຕິບັດແຜນນະໂຍບາຍຂອງລັດຖະບານ ກ່ຽວກັບການເປີດບັນດາຖ້ຽວບິນການຄ້າກັບບາງປະເທດ ເພື່ອຕ້ອນຮັບນັກລົງທຶນ, ນັກຊ່ຽວຊານຕ່າງປະເທດມາຫວຽດນາມ, ຄະນະຊີ້ນຳຖືວ່າ ຄວນມອບໃຫ້ບັນດາບໍລິສັດການບິນຢູ່ພາຍໃນປະເທດຈັດບັນດາຖ້ຽວບິນປອດໄພ, ພາຍໃຕ້ການແນະນຳ, ຕິດຕາມຂອງບັນດາອົງການສາທາລະນະສຸກ ແລະ ບັນດາຂະແໜງການທີ່ມີໜ້າທີ່ຢ່າງແໜ້ນແຟ້ນ.
(ແຫຼ່ງຄັດຈາກ VOV)

top