ຂ່າວສານ

ສ້າງກົມພາຫະນະບໍ່ມີຄົນຂັບ, ບາດກ້າວພັດທະນາໃໝ່ໃນວິວັດການຫັນເປັນທັນສະໄໝໃນກອງທັບ

ເຫດການໄດ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນວິວັດການຫັນກອງທັບປະຊາຊົນ ຫວຽດນາມ ເປັນທັນສະໄໝ.
  ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢ້ຽມ​ຢາມ​ເຂດ​ວາງ​ສະ​ແດງ (ພາບ: VGP)  

ຕອນ​ບ່າຍ​ວັນ​ທີ 11 ມິ​ຖຸ​ນາ, ກົມໃຫຍ່​ເສ​ນາ​ທິ​ການ​ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ​້​ຈັດ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ກົມພາ​ຫະ​ນະ​ບໍ່​ມີ​ຄົນ​ຂັບ. ເຫດ​ການ​ໄດ້​ສ້າງ​ຂີດ​ໝາຍບ​າດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ວິ​ວັດ​ການ​ຫັນ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເປັນ​ທັນ​ສະ​ໄໝ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ເນັ້ນ​ໜັກ​ການ​ເປີດ​ຕົວກົມພາ​ຫະ​ນະບໍ່​ມີ​ຄົນ​ຂັບ ບໍ່​ພຽງ​ແຕ່​ສອດ​ຄ່​ອງ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ສາດ​ການ​ທະ​ຫານ​ໃນ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ແຮງ​ຕໍ່​ສູ້​ລວມ​ຂອງກອງ​ທັບ​ປະ​ຊາ​ຊົນາ ຫວຽດ​ນາມ, ຍົກ​ສູງ​ກຳ​ລັງ​ຮັບ​ມື​ຢ່າງວ່ອງ​ໄວ, ມີ​ໄຫວ​ພິບ​ອີກ​ດ້ວຍ. ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຮຽກ​ຮ້ອງ​ໃຫ​້​ພະ​ນັກ​ງານ, ນັກ​ຮົບ​ກົມພາ​ຫະ​ນະ​ບໍ່​ມີ​ຄົນ​ຂັບ ​ຮັບ​ຮູ້ລະດັບ​ຄວາມ​ສຳ​ຄັນ​ຂອງກົມກອງ​ສູ້​ຮົບ​ທັນ​ສະ​ໄໝ​, ເຕັກ​ໂນ​ໂລ​ຊີ​ສູງ.

ໂດຍ​ຕາງ​ໜ້າ​ໃຫ້​ພະ​ນັກ​ງານ, ນັກ​ຮົບ​ຂອງ​ກົມ, ທ່ານ​ພັນ​ເອກ ຫງວຽນ​ວັນ​ເຈື່ອງ, ຫົວ​ໜ້າ​ກົມພາ​ຫະ​ນະ​ບໍ່​ມີ​ຄົນ​ຂັບ, ຢືນ​ຢັນ​ວ່າ: ພະ​ນັກ​ງານ, ນັກ​ຮົບ​ຂອງກົມ​ກອງ​​ຈະ​ສຸມ​ໃສ່​ຝຶກ​ອົບ​ຮົມ​ການ​ຂຸດ​ຄົ້ນ, ເປັນ​ເຈົ້າ​ບັນ​ດາ​ພາ​ຫະ​ນະ​ທັນ​ສະ​ໄໝ; ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ, ກົມ​ກອງ ແລະ ທ້ອງ​ຖິ່ນ ເພື່ອ​ສ້າງ​ແຜນ​ການ​ຮ່ວມ​ສູ້​ຮົບ​ຢ່າງ​ມີ​ໄຫວ​ພິບ, ມີ​ປະ​ສິດ​ທ​ິ​ຜົນ, ກຽມພ້ອມ​ທີ່​ຈະ​ຮັບ​ມື​ກັບ​ທຸກ​ສະ​ພາບ​ການ​ຕໍ່​ສູ້ເຕັກ​ໂນ​ໂລ​ຊີ​ສູງ.


top