ຂ່າວສານ

ສ້າງກຳລັງໜູນ ແລະ ເຂດພັດທະນາໃໝ່ໃຫ້ແກ່ທົ່ວຂະແໜງການສຶກສາ

ໃນຫຼາຍປີຜ່ານມາ, ຫວຽດນາມ ມີຫຼາຍແຜນນະໂຍບາຍ, ນະໂຍບາຍປ່ຽນແປງໃໝ່ເປັນພື້ນຖານການສຶກສາບຳລຸງສ້າງຢ່າງຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
ບັນດາສະມາຊິກສະພາເຂົ້າຮ່ວມວາລະປຶກສາຫາລື (ພາບ: quochoi.vn)

ວັນທີ 20 ພະຈິກ, ເປັນມື້ເຮັດວຽກທີ 25, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສະຫງວນເວລາມື້ໜຶ່ງເພື່ອປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍ, ຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ (ສະບັບປັບປຸງ); ກົດໝາຍວ່າດ້ວຍການສຶກສາວິຊາຊີບ (ສະບັບປັບປຸງ) ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບັນດາກົນໄກ, ນະໂຍບາຍພິເສດສະເພາະ ເພື່ອປະຕິບັດມະຕິເລກທີ 71 ຂອງກົມການເມືອງ ກ່ຽວກັບບາດກ້າວບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ.

        ໃນຫຼາຍປີຜ່ານມາ, ຫວຽດນາມ ມີຫຼາຍແຜນນະໂຍບາຍ, ນະໂຍບາຍປ່ຽນແປງໃໝ່ເປັນພື້ນຖານການສຶກສາບຳລຸງສ້າງຢ່າງຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ຢູ່ທີ່ນີ້, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບໂດຍຖືວ່າ ຮ່າງກົດໝາຍວ່າດ້ວຍການສຶກສາສະບັບຕ່າງໆໄດ້ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ແຕ່ເພື່ອສ້າງບາດກ້າວບຸກທະລຸ, ກົດໝາຍຕ້ອງຫັນບັນດາແຜນນະໂຍບາຍບຸກທະລຸຂອງມະຕິ 71 ເປັນລະບອບລະບຽບການຢ່າງເຖິງຖອງ, ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ, ກຳລັງຄົນ, ການເງິນ, ສ້າງກຳລັງໜູນ ແລະ ເຂດພັດທະນາໃໝ່ໃຫ້ທົ່ວຂະແໜງການສຶກສາ. 


top