ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ທະນາຄານ ແລະ ບັນດາອົງການສິນເຊື່ອສຸມໃສ່ບັນດາມາດຕະການແກ້ໄຂລະອຽດເພື່ອແກ້ໄຂສິ່ງທ້າທາຍ, ຮັບປະກັນການສະໜອງແຫຼ່ງທຶນໃຫ້ແກ່ພື້ນຖານເສດຖະກິດຢ່າງພຽງພໍ.
ທີ່ການເຮັດວຽກ. (ພາບ: VNA)
ຕອນເຊົ້າວັນທີ 13 ສິງຫາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບທະນາຄານແຫ່ງລັດ ຫວຽດນາມ ແລະ ລະບົບບັນດາອົງການສິນເຊື່ອ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກໍ່ຮຽກຮ້ອງໃຫ້ທະນາຄານແຫ່ງລັດ ແລະ ບັນດາອົງການສິນເຊື່ອ ບໍ່ພຽງແຕ່ຢຸດຢູ່ທີ່ການຕີລາຄາຜົນງານເທົ່ານັ້ນ, ຫາກຍັງຮັບຮູ້ຄວາມສ່ຽງມະຫາພາກຢ່າງກົມໄປກົງມາອີກດ້ວຍ. ໜ້າທີ່ຂອງທະນາຄານແຫ່ງລັດແມ່ນທັງຄວບຄຸມໄພເງິນເຟີ້, ທັງໜູນຊ່ວຍການເຕີບໂຕ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ:
“ເປົ້າໝາຍໃນອະນາຄົດແມ່ນ ພວກເຮົາຕ້ອງພັດທະນາຕະຫຼາດທຶນ, ຕະຫຼາດພັນທະບັດ ເພື່ອຈາກນັ້ນກໍ່ນຳທາດແທ້ຂອງການເຄື່ອນໄຫວສິນເຊື່ອທະນາຄານໃຫ້ຖືກຕ້ອງຄືເປັນການສະໜອງທຶນໄລຍະສັ້ນໃຫ້ແກ່ພື້ນຖານເສດຖະກິດ, ທຶນໝູນວຽນໃຫ້ພື້ນຖານເສດຖະກິດ. ບັນດາແຫຼ່ງທຶນການລົງທຶນໄລຍະກາງ ແລະ ໄລຍະຍາວຕ້ອງສຸມເຂົ້າບັນດາການກຳນົດລະບອບນິຕິກຳອື່ນ ແລະ ຕະຫຼາດອື່ນ”.
ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ທະນາຄານ ແລະ ບັນດາອົງການສິນເຊື່ອສຸມໃສ່ບັນດາມາດຕະການແກ້ໄຂລະອຽດເພື່ອແກ້ໄຂສິ່ງທ້າທາຍ, ຮັບປະກັນການສະໜອງແຫຼ່ງທຶນໃຫ້ແກ່ພື້ນຖານເສດຖະກິດຢ່າງພຽງພໍ.