ຂ່າວສານ

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ຕອ​ນ​ບ່​າຍ​ວັນ​ທີ 03 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ບັນ​ດາ​ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ​ເປັນ​ປະ​ທານ​ການ​ເຮັດ​ວຽກ (ພາບ: VNA)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ໃນ​ການ​ບໍ​ລິ​ຫານ​ລັດ, ​ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ ແລະ ໜູນ​ຊ່ວຍ​ອອກ​ຄຳ​ຕັດ​ສິນ; ເຖິງ​ຢ່າງ​ໃດ​ກໍ​ຕ​າມ, ມະ​ນຸດ​ຍັງ​ຄົງ​ແມ່ນ​ເຈົ້າ​ກຳ​ຕັດ​ສິນ​ສຸດ​ທ້າຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ໃຫ້​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ສົມ​ທົບ​ກັບ​ກະ​ຊວ​ງ​ຕຳຫຼວດ​ ສ້າງ​ສຳ​ເລັດ​ກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນໃຫ້​ສົມ​ບູນ​ແບບ, ລາຍ​ງານ​ກ່ອນ​ວັນ​ທີ 10 ກໍ​ລະ​ກົດ ເພື່ອ​ຍື່ນ​ສະ​ເໜີ​ຂໍ​ອະ​ນຸ​ມັດຜ່ານ.

ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ທີ່​ຖື​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ ເນັ້ນ​ໜັກ​ວ່າ:

“ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ທ້ອງ​ຖິ່ນ​ຕ່າງໆ ຕ້ອງ​ສືບ​ຕໍ່​ກຳ​ນົດ​ລັກ​ສະ​ນະ​ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ຜ​ະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ ຄື​ດັ່ງ​ບົດ​ສະຫຼຸບ​ຂ​ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກອງ​ປະ​ຊຸມ​ສະຫຼຸບ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ສະ​ບັບ​ເລກ​ທີ 57. ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ພັດ​ທະ​ນາ​ໂຄງ​ລ່າງ​ສູນ​ຄົ້ນ​ຄວ້າ​ທົດ​ລອງ. ບັນ​ດາ​ຫ້ອງ​ທົດ​ລອງ​ຈຸດ​ສຸມ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ຮີບ​ດ່ວນ”.


top