ສິລະປະ

“ສຽງກອງ ດອຍຕາມ - ດັງກ້ອງຈິດວິນຍານ ຫວຽດນາມ”: ແຜ່ຂະຫຍາຍຄຸນຄ່າ ມໍລະດົກ ເຂົ້າໃກ້ກັບຄົນຮຸ່ນໜຸ່ມ

ໃນຄ່ຳຄືນວັນທີ 1 ມິຖຸນາ 2026, ຢູ່ ຮ່າໂນ້ຍ, ກຸ່ມນັກສຶກສາ ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ໄດ້ຈັດໂຄງການສິລະປະ “ສຽງກອງ ດອຍຕາມ - ດັງກ້ອງຈິດວິນຍານ ຫວຽດນາມ”, ເພື່ອຈຳລອງການເດີນທາງ ຂອງສຽງກອງ ດອຍຕາມ ຜ່ານກະແສຟອງຂອງປະຫວັດສາດຊາດ. ໂຄງການດັ່ງກ່າວ ບໍ່ພຽງແຕ່ເຊີດຊູ ອາຊີບເຮັດກອງມູນເຊື້ອ ທີ່ມີອາຍຸການຫຼາຍກວ່າ 1.000 ປີ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ແຜ່ຂະຫຍາຍຄຸນຄ່າ ມໍລະດົກ ໃຫ້ເຂົ້າໃກ້ກັບຄົນຮຸ່ນໜຸ່ມ ຕື່ມອີກ.

ຜ່ານການປະສົມປະສານ ຢ່າງຄ່ອງແຄ້ວ ລະຫວ່າງ ດົນຕີ, ທ່າຟ້ອນທີ່ທັນສະໄໝ ແລະ ສິລະປະການຈັດວາງສະຖານທີ, ບັນດານັກສຶກສາ ໄດ້ນຳເອົາມຸມມອງ ໃໝ່ອ່ຽມ ແລະ ດຶງດູດໃຈ ກ່ຽວກັບສຽງກອງພັນປີ.  

ບັນດາລາຍການສະແດງ ແມ່ນບໍ່ໄດ້ຖືກຈຳກັດ ຢູ່ໃນຂອບເຂດງານບຸນບ້ານແບບມູນເຊື້ອອີກຕໍ່ໄປ, ແຕ່ຫາກໄດ້ກ້າວຂຶ້ນສູ່ ເວທີການສະແດງຮ່ວມສະໄໝ ຢ່າງສະຫງ່າຜ່າເຜີຍ, ສາມາດເຂົ້າເຖິງອາລົມຈິດ ຂອງຜູ້ຊົມໄວໜຸ່ມ ຈຳນວນຫຼວງຫຼາຍ ທີ່ເຂົ້າຮ່ວມໃນຫ້ອງໂຖງຈັດງານ.  

ຄວາມສຳເລັດຂອງຄ່ຳຄືນການສະແດງ ແມ່ນຫຼັກຖານຢ່າງຈະແຈ້ງ ທີ່ສະແດງໃຫ້ເຫັນວ່າ ມໍລະດົກຂອງບັນພະບຸລຸດ ແມ່ນບໍ່ໄດ້ຫ່າງໄກ ຫຼື ເກົ່າແກ່ຫຼ້າສະໄໝເລີຍ, ຖ້າຫາກໄດ້ຮັບການເຂົ້າເຖິງ ດ້ວຍແນວຄິດສ້າງສັນ ແລະ ຄວາມກະຕືລືລົ້ນຂອງໄວໜຸ່ມ.  

ນີ້ກໍ່ແມ່ນສັນຍານອັນດີງາມ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳ ທີ່ບໍ່ມີຮູບຮ່າງ ຂອງຊາດ, ສ້າງຂົວຕໍ່ທີ່ໝັ້ນຄົງ ເພື່ອນຳພາປະຫວັດສາດ ກ້າວເດີນໄປພ້ອມກັບອະນາຄົດ.

ໂຄງການສິລະປະ “ສຽງກອງ ດອຍຕາມ – ດັງກ້ອງຈິດວິນຍານ ຫວຽດນາມ” ຈຳລອງການເດີນທາງ ຂອງສຽງກອງ ດອຍຕາມ ຕັ້ງແຕ່ສະຖານທີ່ໝູ່ບ້ານແບບມູນເຊື້ອ ຈົນກາຍເປັນສັນຍະລັກວັດທະນະທຳ ທີ່ເຂັ້ມຂຸ້ນໄປດ້ວຍເອກະລັກຂອງຊາດ. ພາບ: ແຄ໋ງຮ່ວາ – VNA
ໂຄງການໄດ້ສະແດງໃຫ້ເຫັນເຖິງ ການສ້າງສັນຂອງຄົນຮຸ່ນໜຸ່ມ ໃນການນຳໃຊ້ພາສາສິລະປະຮ່ວມສະໄໝ ເພື່ອເລົ່າເລື່ອງລາວ ກ່ຽວກັບມໍລະດົກມູນເຊື້ອ ຕາມວິທີການທີ່ໃກ້ຊິດຕິດແທດກັບມວນຊົນ. ພາບ: ແຄ໋ງຮ່ວາ – VNA
“ສຽງກອງ ດອຍຕາມ – ດັງກ້ອງຈິດວິນຍານ ຫວຽດນາມ” ປະກອບສ່ວນສ້າງສະຖານທີ່ເຊື່ອມຕໍ່ ລະຫວ່າງ ປະຫວັດສາດ, ສิລະປະ ແລະ ເອກະລັກຂອງຊາດ, ປຸກຝັງຄວາມຮັກມໍລະດົກ ໃນຊຸມຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ. ພາບ: ແຄ໋ງຮ່ວາ – VNA
ໂຄງການໄດ້ສະແດງໃຫ້ເຫັນເຖິງ ການສ້າງສັນຂອງຄົນຮຸ່ນໜຸ່ມ ໃນການນຳໃຊ້ພາສາສິລະປະຮ່ວມສະໄໝ ເພື່ອເລົ່າເລື່ອງລາວ ກ່ຽວກັບມໍລະດົກມູນເຊື້ອ ຕາມວິທີການທີ່ໃກ້ຊິດຕິດແທດກັບມວນຊົນ. ພາບ: ແຄ໋ງຮ່ວາ – VNA
ໂຄງການແມ່ນຍ້ອນ ກຸ່ມນັກສຶກສາ ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ເປັນຜູ້ຈັດຕັ້ງປະຕິບັດ. ພາບ: ແຄ໋ງຮ່ວາ – VNA
ທີມກອງຍິງ ໝູ່ບ້ານດອຍຕາມ (ແຂວງ ຮານາມ) ແລກປ່ຽນຄຳຄິດຄຳເຫັນ ໃນໂຄງການ. ພາບ: ແຄ໋ງຮ່ວາ – VNA
ລາຍການທອກໂຊ “ການເຄື່ອນໄຫວວັດທະນະທຳ” ໃນໂຄງການ. ພາບ: ແຄ໋ງຮ່ວາ – VNA
ສົນທະນາກັບບັນດານັກຊ່າງສິລະປິນ ກ່ຽວກັບປະຫວັດສາດ ຂອງໝູ່ບ້ານອາຊີບເຮັດກອງ ດອຍຕາມ. ພາບ: ແຄ໋ງຮ່ວາ - VNA

top