ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງກ່ຽວກັບນ້ຳໃຈອ້າຍນ້ອງ ລາວ - ຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອ, ໃຫ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈະບໍ່ມີວັນຈືດຈາງໄດ້
ພິທີສົ່ງອັດຖິ (ພາບ:baovanhoa.vn)
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວ 415 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.
ເພື່ອນ ບຸນມີ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: “ຂ້າພະເຈົ້າໄດ້ອ່ານຂ່າວໃນສື່ເອເລັກໂຕນິກຂອງ VOV5, ໃນນັ້ນ, ມີຂ່າວກ່ຽວກັບການສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 28 ອັດຖິ ໄດ້ສົ່ງກັບເມືອປະເທດປົງອັດຖິ (ເອົາອັດຖິເຂົ້າທາດ) ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກ 9, ແຂວງ ກວາງຈິ. ໃນຕະຫຼອດໄລຍະຜ່ານມາ, ມີອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ຫຼາຍອັດຖິ ໄດ້ສົ່ງກັບມາບ້ານເກີດເມືອງນອນ. ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງກ່ຽວກັບນ້ຳໃຈອ້າຍນ້ອງ ລາວ - ຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອ, ໃຫ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈະບໍ່ມີວັນຈືດຈາງໄດ້”.
+ ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: “ຂ້າພະເຈົ້າກໍ່ເລີ່ມລື້ງກັບໜ້າເວັບສື່ເອກເລັກໂຕນິກໃໝ່ຂອງ VOV5 ແລ້ວ. ນີ້ແມ່ນການດັດປັບທີ່ມີຄຸນນະພາບ, ດ້ວຍເນື້ອໃນທີ່ສະແດງຢູ່ໜ້າເວັບຫຼາຍກວ່າ. ນອກຈາກລາຍການຂ່າວ/ບົດພາກພາສາ ລາວ ແລ້ວ ຂ້າພະເຈົ້າຍັງອ່ານຂ່າວ/ບົດພາກພາສາ ອັງກິດ ຕື່ມອີກ”.
+ ເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ໂດຍແມ່ນຜູ້ຟັງມາແຕ່ດົນນານຂອງພວກເພື່ອນ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຫັນການປ່ຽນແປງ ແລະ ພັດທະນາຜ່ານແຕ່ລະໄລຍະຂອງບັນດາລາຍການກະຈາຍສຽງຂອງ VOV. ດ້ວຍການພັດທະນາຂອງສັງຄົມໃນຍຸກສະໄໝຫັນເປັນດີຈີຕອນ, ຫວັງວ່າ VOV ຈະຍັງຮັກສາບັນດາຄຸນຄ່າອັນດີງາມຄືໃນຫຼາຍປີຜ່ານມາ ແລະ ມີປ່ຽນແປງໃໝ່ເພື່ອໄປທັນກັບທ່າອ່ຽງຂອງສັງຄົມ”.
ທ່ານຜູ້ຟັງທີ່ເຄົາລົບ, ລາຍການພາກພາສາ ລາວ ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ໂທລະສັບ, ສົ່ງຈົດໝາຍ, ອີເມວມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນໄລຍະຈະມາເຖິງນີ້, ຫວັງວ່າ ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງເຕີ່ມອີກ ເພື່ອຊ່ວຍໃຫ້ລາຍການນັບມື້ນັບສົມບູນກວ່າ.
ຕໍ່ຈາກນີ້, ລາຍການໂອ້ລົມກັບເພື່ອນ ລາວ ຈະຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ
ເພື່ອນ ເພັດມະລີ, ຢູ່ແຂວງ ຫົວພັນ, ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ ຢາກຊອກຮູ້ກ່ຽວກັບການຫັນເປັນດີຈີຕອນ ເຊິ່ງອຳນາດການປົກຄອງ ຫວຽດນາມ ພວມປະຕິບັດ. ມີຈຸດພົ້ນເດັ່ນໃດແດ່ໃນການຫັນເປັນດີຈີຕອນ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຫຍັງແດ່?
ເພື່ອນ ເພັດມະລີ ທີ່ຮັກແພງ, ຫວຽດນາມ ພວມຢູ່ໃນວິວັດການຫັນປ່ຽນຕົນຢ່າງແຮງ, ດ້ວຍການພັດທະນາກະໂດດຂັ້ນຂອງເຕັກໂນໂລຊີໃນທຸກຂົງເຂດ, ຈາກການຄ້າເອເລັກໂຕນິກ, ການເງິນ, ຕະຫຼອດຮອດການສຶກສາ ແລະ ສາທາລະນະສຸກ, ເຕັກໂນໂລຊີ… ໄດ້ ແລະ ພວມປ່ຽນແປງໃໝ່ຮູບແບບການເຄື່ອນໄຫວ, ນຳມາເຊິ່ງປະສິດທິຜົນຢ່າງສູງກວ່າ ແລະ ສ້າງການປະພຶດຕົວຈິງທີ່ດີກວ່າໃຫ້ແກ່ປະຊາຊົນ ຫວຽດນາມ. ນີ້ແມ່ນບາດກ້າວສຳຄັນຊ່ວຍໃຫ້ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າໃນພື້ນຖານເສດຖະກິດທົ່ວໂລກ. ໃນນັ້ນ, ການຫັນເປັນດີຈີຕອນ ໄດ້ຊ່ວຍໃຫ້ປະຊາຊົນມີຄວາມສະເໝີພາບໃນໂອກາດການເຂົ້າເຖິງການບໍລິການ, ບຳລຸງສ້າງ, ພູມປັນຍາ, ຜ່ານນັ້ນ ກໍຊ່ວຍຮັດແຄບໄລຍະຫ່າງດີຈີຕອນ ຜ່ານການພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ສຳລັບລັດຖະບານດີຈີຕອນ, ກໍຍ້ອນມີຂໍ້ມູນດີຈີຕອນ ແລະ ເຕັກໂນໂລຊີດີຈີຕອນ ຈຶ່ງມີຄວາມເຂົ້າໃຈປະຊາຊົນຫຼາຍກວ່າ, ສະນັ້ນ ຈະຊ່ວຍສະໜອງການບໍລິການທີ່ດີກວ່າ, ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີກວ່າ. ກ່ຽວກັບເສດຖະກິດດີຈີຕອນ, ຊ່ວຍໃຫ້ປະຊາຊົນສາມາດສຳພັດກັບຕະຫຼາດທັງໝົດຢ່າງວ່ອງໄວຕາມແບບວິທີທີ່ບໍ່ເຄີຍມີມາກ່ອນ. ການຫັນເປັນດີຈີຕອນຍັງນຳມາເຊິ່ງໂອກາດທີ່ສະເໜີພາບໃຫ້ປະຊາຊົນສຳພັດກັບການບໍລິຫານ, ບັນດາຄວາມກ້າວໜ້າດ້ານຄຸນນະພາບການດຳລົງຊີວິດຫຼາຍກວ່າ. ປະຊາຊົນສາມາດເຂົ້າເຖິງບັນດາຮູບແບບເບິ່ງແຍງສົ່ງເສີມດ້ານສາທາລະນະສຸກຢ່າງທັນການ, ບັນດາຮູບແບບບັນເທິງທີ່ເປັນຫຼາຍຮູບຫຼາຍແບບ ແລະ ປອດໄພກວ່າ.
ເພື່ອນ ຄຳປະສົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ ໂດຍຢາກຮູ້ວ່າ ເສັ້ນທາງຄວາມໄວສູງ ວິງ - ແທັງຖຸຍ ເຊື່ອມຕໍ່ຮອດດ່ານຊາຍແດນ ແທັງຖຸຍ - ນ້ຳອອນ (ລາວ) ຈະເລີ່ມລົງມືກໍ່ສ້າງແລ້ວບໍ່, ຄາດວ່າຈະກໍ່ສ້າງສຳເລັດໃນເວລາໃດ?
ເພື່ອນ ຄຳປະສົງ ທີ່ຮັກແພງ, ໃນເດືອນ ພຶດສະພາ ຜ່ານມາ, ຢູ່ແຂວງ ເງະອານ, ຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ວິງ - ແທັງຖຸຍ. ໂຄງການໂດຍຄະນະຄຸ້ມຄອງໂຄງການກິດຈະກຳຄົມມະນາຄົມ ເງະອານ ເປັນເຈົ້າຂອງລົງທຶນ, ເສັ້ນທາງມີຄວາມຍາວກວ່າ 60 ກມ, ດ້ວຍຍອດເງິນລົງທຶນປະມານ 24.000 ຕື້ດົ່ງ (ກວ່າ 900 ລ້ານ USD). ເມື່ອກໍ່ສ້າງສຳເລັດ, ເສັ້ນທາງຄວາມໄວສູງ ວິງ - ແທັງຖຸຍ ໄດ້ຮັບຄວາມຫວັງວ່າ ຈະເປີດເຂດພັດທະນາໃຫ້ແກ່ ເງະອານ, ຍົກສູງກຳລັງຄວາມສາມາດໃນການຂົນສົ່ງສິນຄ້າ, ຊຸກຍູ້ logistics, ການຄ້າ, ທ່ອງທ່ຽວ ແລະ ເພີ່ມທະວີການເຊື່ອມຕໍ່ການແລກປ່ຽນການຄ້າສາກົນກັບ ລາວ, ທິດຕາເວັນອອກສ່ຽງເໜືອຂອງ ໄທ. ຄາດວ່າ ເສັ້ນທາງຄວາມໄວສູງ ວິງ - ແທັງຖຸຍ ຈະກໍ່ສ້າງສຳເລັດໃນປີ 2029. ເສັ້ນທາງນີ້ແມ່ນສ່ວນໜຶ່ງທີ່ສຳຄັນໃນເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ (ລາວ).