ຂ່າວສານ

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ
  ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)  

ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81, ມີ​ບັນ​ດາ​ການ​ເຄື່ອນ​ໄຫວສອງຝ່າຍຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດ ການາດາ ແຕ່ວັນທີ 20 - 25 ກັນຍາ.

ເມື່ອ​ຕອບສຳພາດ​ນັກ​ຂ່າວກ່ອນການ​ໄປ​ປະ​ຕິ​ບັດ​ງານ ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ​ໃຫ້​ຮູ້ວ່າ, ນີ້ແມ່ນການໄປ​ປະ​ຕິ​ບັດ​ງານຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢູ່ສະ​ຫະ​ປະ​ຊາ​ຊາດ, ອາເມລິກາ ແລະ ການາດາ ຖັດຈາກກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ 16, ສະພາປະຊາຊົນທຸກຂັ້ນອາຍຸການ 2026-2031. ການ​ໄປ​​ປະ​ຕິ​ບັດ​ງານ​ໄດ້​ສົ່ງ​ສານກ່ຽວກັບ ຫວຽດນາມ ກ້າວເຂົ້າສູ່​ສັງ​ກາດພັດທະນາໃໝ່, ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າເຊື່ອມໂຍງເຂົ້າກັບ​ສາ​ກົນ.

ເລື່ອງທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່​ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ (1977-2027), ​ສືບ​ຕໍ່ຢືນຢັນຕື່ມຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ບົດບາດໃຈກາງຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ. ຫວຽດນາມ ກໍ່ຈະແບ່ງປັນ​ບົດ​ຮຽນ​ພາຍ​ຫຼັງໄລ​ຍະ 40 ປີ ​ແຫ່ງ​ການປ່ຽນແປງໃໝ່ (1986-2026) ແລະ ປະກອບ​ບັນ​ດາຂໍ້ລິເລີ່ມກ່ຽວກັບການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງເຕັກໂນໂລຊີ.


top