ຕອນເຊົ້າວັນທີ 30 ພະຈິກ, ສາກສົບ ແລະ ເທົາກະດູກຂອງຜູ້ປະສົບເຄາະຮ້າຍຄົນຫວຽດ ເສຍຊີວິດຢູ່ເມືອງ Essex ທາງທິດຕາເວັນຕົກສ່ຽງເໜືອນະຄອນຫຼວງ London ປະເທດອັງກິດ ທີ່ຍັງເຫຼືອ 23 ຄົນນັ້ນໄດ້ສົ່ງກັບມາຮອດສະໜາມບິນ ໂນ້ຍບ່າຍ, ຮ່າໂນ້ຍ.
ເປັນອັນວ່າ, ໃນວັນທີ 27 ແລະ 30 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນຫວຽດນາມ ແລະ ອັງກິດ ເພື່ອສົ່ງສາກສົບ ແລະ ເທົ່າກະດູກຂອງຜູ້ປະສົບເຄາະຮ້າຍ 39 ຄົນກັບມາປະເທດສຳເລັດ ແລະ ມອບສົ່ງໃຫ້ຄອບຄົວ.
ນີ້ແມ່ນໝາກຜົນຈາກການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ, ຄວາມມານະພະຍາຍາມຂອງກະຊວງການຕ່າງປະເທດຫວຽດນາມ, ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມດ້ວຍບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນພາຍໃນປະເທດ ໃນການສົມທົບກັນເປັນເຈົ້າການ ແລະ ແໜ້ນແຟ້ນກັບຝ່າຍອັງກິດ, ແນະນຳລະບຽບການທີ່ຈຳເປັນຕ່າງໆໃຫ້ແກ່ບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ, ເພື່ອນຳເອົາສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດຢ່າງຮີບດ່ວນ. ບໍລິສັດໃຫ່ຍການບິນຫວຽດນາມ ກໍ່ໄດ້ໜູນຊ່ວຍຢ່າງຕັ້ງໜ້າ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍ.
ວິວັດການຢັ້ງຢືນຊື່ ແລະ ນາມສະກຸນ, ປົກປ້ອງພົນລະເມືອງ ແລະ ສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດນັ້ນລ້ວນແຕ່ໄດ້ດຳເນີນໄປບົນຈິດໃຈມະນຸດສະທຳ, ສອດຄ່ອງກັບກົດໝາຍສາກົນ, ການກຳນົດຂອງກົດໝາຍ ແລະ ຮີດຄອງປະເພນີຂອງຫວຽດນາມ ແລະ ອັງກິດ.
(ແຫຼ່ງຄັດຈາກ VOV)