ໃນ 7 ເດືອນຂອງປິ 2026, ທະນາຄານແຫ່ງລັດໄດ້ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ
ຄວາມເດັດດຽວຂອງລັດຖະບານ ແລະ ທະນາຄານແຫ່ງລັດໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ (ພາບປະກອບ: VNA)
ນັບແຕ່ຕົ້ນປີມາຮອດປະຈຸບັນ, ສະພາບການໂລກມີການຜັນແປຢ່າງສັບສົນ ແລະ ສົ່ງຜົນສະທ້ອນຢ່າງແຮງເຖິງ ຫວຽດນາມ, ພິເສດແມ່ນການບໍລິຫານນະໂຍບາຍເງິນຕາ. ຄວາມເດັດດຽວຂອງລັດຖະບານ ແລະ ທະນາຄານແຫ່ງລັດໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການຄວບຄຸມໄພເງິນເຟີ້, ບໍ່ກໍ່ຄວາມກົດດັນຕໍ່ລະບົບທະນາຄານ; ການສົມທົບກັນຢ່າງກົມກຽວລະຫວ່າງປີການເງິນ ແລະ ເງິນຕາ, ໄດ້ຊີ້ໃຫ້ເຫັນວິທີເຂົ້າເຖິງບັນຫາຢ່າງເໝາະສົມ.
ທ່ານ ຟ້າມກວາງຢຸງ, ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ:
“ພາຍຫຼັງການປະຊຸມກັບທ່ານນາຍົກລັດຖະມົນຕີ, ຂະແໜງທະນາຄານໄດ້ດັດດ່ຽວຜັນຂະຫຍາຍບັນດາມາດຕະການແກ້ໄຂທີ່ຈຳເປັນ. ມີຫຼາຍອົງການສິນເຊື່ອ, ທະນາຄານການຄ້າໄດ້ຜັນຂະຫຍາຍບັນດາບ້ວງດອກເບ້ຍ, ບ້ວງເງິນກູ້ຢືມໃໝ່ໃນທັນທີ ດ້ວຍການຫຼຸດຜ່ອນອັດຕາດອກເບ້ຍຢ່າງແຮງ, ສຸມໃສ່ບັນດາຂົງເຂດໃຫ້ບຸລິມະສິດການພັດທະນາ, ບັນດາຂົງເຂດກຳລັງໜູນພັດທະນາຂອງພື້ນຖານເສດຖະກິດ. ທະນາຄານແຫ່ງລັດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບນະໂຍບາຍປີການເງິນ, ກັບກະຊວງການເງິນ ເພື່ອມຸ່ງໄປເຖິງການບັນລຸລະດັບເຕີບໂຕ 2 ຕົວເລກ”.
ດ້ວຍບົດບາດເປັນອົງການຄຸ້ມຄອງໃນຂົງເຂດເງິນຕາ, ທະນາຄານ, ໃນ 7 ເດືອນຂອງປິ 2026, ທະນາຄານແຫ່ງລັດໄດ້ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ປະກອບສ່ວນສຳຄັນເຂົ້າໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ໜູນຊ່ວຍການເຕີບໂຕເສດຖະກິດ.