ໃນ 2 ວັນຜ່ານມາ, ມີຜູ້ຕາງໜ້າຂອງ 72 ປະເທດລົງນາມເຂົ້າຮ່ວມສົນທິສັນຍາ ຮ່າໂນ້ຍ.
ທ່ານລັດຖະມົນຕີ ເລືອງຕາມກວາງ ກ່າວຄຳເຫັນທີ່ວາລະປະຊຸມອັດພິທີ (ພາບ: Vietnam+)
ພາຍຫຼັງຈັດຂຶ້ນເປັນເວລາ 2 ວັນ, ຕອນບ່າຍວັນທີ 26 ຕຸລາ, ພິທີລົງນາມ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ໄດ້ຈັດວາລະປະຊຸມອັດພິທີ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໃຫ້ຮູ້ວ່າ ໃນ 2 ວັນຜ່ານມາ, ມີຜູ້ຕາງໜ້າຂອງ 72 ປະເທດລົງນາມເຂົ້າຮ່ວມສົນທິສັນຍາ ຮ່າໂນ້ຍ. ພ້ອມກັບພິທີເປີດການລົງນາມ, ກອງປະຊຸມຂັ້ນສູງລວມມີບັນດາວາລະປຶກສາຫາລື, ເຫດການນອກກອງປະຊຸມ ໄດ້ຮັບຄຳເຫັນ, ຂໍ້ສະເໜີ, ຂໍ້ລິເລີ່ມຫຼາຍຂໍ້ ແລະ ຄຳໝັ້ນສັນຍາປະຕິບັດສົນທິສັນຍາ ຮ່າໂນ້ຍ ໃຫ້ມີປະສິດທິຜົນ ເພື່ອສ້າງການຫັນປ່ຽນຢ່າງແຮງກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ:
“ເຫດການມີການເຂົ້າຮ່ວມຂອງຫຼາຍປະເທດ, ອົງການຈັດຕັ້ງສາກົນເຂົ້າຮ່ວມພິທີເປີດການລົງນາມ ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ເຈດຈຳນົງດ້ານການເມືອງ ແລະ ຄວາມຕັດສິນໃຈສູງຂອງປະຊາຄົມສາກົນ ໃນການຕ້ານອາດຊະຍາກຳທາງໄຊເບີ; ເປີດໂອກາດໃໝ່, ເພີ່ມທະວີການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ຄວາມກ້າວໜ້າລວມຂອງມວນມະນຸດ”.
ຕາມຂໍ້ກຳນົດ, ສົນທິສັນຍາ ຮ່າໂນ້ຍ ຈະເລີ່ມມີຜົນບັງຄັບໃຊ້ຖ້າຫາກມີກວ່າ 40 ປະເທດລົງນາມໃຫ້ສັດຕະຍາບັນ, ປະຕິບັດສຳເລັດລະບຽບການຜົນບັງຄັບໃຊ້ພາຍໃນ. ສົນທິສັນຍາ ຮ່າໂນ້ຍ ຈະກາຍເປັນປະພາຄານເຍືອງທາງໃຫ້ແກ່ການຮ່ວມມືທົ່ວໂລກກ່ຽວກັບຄວາມປອດໄພທາງໄຊເບີຢ່າງແທ້ຈິງ, ນຳໂລກໄປສູ່ເປົ້າໝາຍ: ເຕັກໂນໂລຊີເພື່ອມະນຸດ, ການຫັນເປັນດີຈີຕອນເພື່ອສັນຕິພາບ.