ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກຳມາທິການຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ
ເມື່ອເຮັດວຽກກັບກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ສະເໜີກຳມາທິການຕ້ອງສົມທົບກັບແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຝຶກອົບຮົມໃຫ້ແກ່ຖັນແຖວພະນັກງານຢູ່ຂັ້ນຕາແສງ, ຂັ້ນແຂວງກ່ຽວກັບວຽກງານເລືອກຕັ້ງ ແລະ ວຽກງານບຸກຄະລາກອນໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ XVI. ໄປຄຽງຄູ່ກັນນັ້ນ, ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ປັນຍາປະດິດເຂົ້າໃນການຄຸ້ມຄອງວຽກງານສະມາຊິກສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ.
“ກຳມາທິການວຽກງານສະມາຊິກສະພາແຫ່ງຊາດຫັນຈຸດສຸມໃນເດືອນ ມີນາ, ເມສາ ໄປສູ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ ເປັນຈຸດສຸມ. ເຮັດແນວໃດເພື່ອໃຫ້ການເລືອກຕັ້ງຄັ້ງນີ້, ສະພາແຫ່ງຊາດສາມາດເລືອກເອົາສະມາຊິກຄົບ 500 ທ່ານ ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 864 ທ່ານ ຢູ່ 182 ເຂດເລືອກຕັ້ງ; ຊີ້ນຳສະພາປະຊາຊົນທ້ອງຖິ່ນຕ່າງໆ ກໍຕ້ອງເລືອກເອົາສະພາປະຊາຊົນຂັ້ນແຂວງ, ຂັ້ນຕາແສງໃຫ້ຄົບຈຳນວນ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ພິທີເປີດຕົວປະມວນປຶ້ມກ່ຽວກັບກົດໝາຍ (ພາບ: VOV)
ຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມພິທີເປີດຕົວປະມວນປຶ້ມກ່ຽວກັບກົດໝາຍທີ່ໄດ້ຮັບການຮັບຮອງເອົາຜ່ານກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຢູ່ສຳນັກພິມຈຳໜ່າຍ ການເມືອງແຫ່ງຊາດ ຊື້ເທິດ, ຮ່າໂນ້ຍ.