ຂ່າວສານ

ສຸມໃສ່ສຳເລັດວຽກງານບຸກຄະລາກອນລັດ, ສະພາແຫ່ງຊາດ, ລັດຖະບານ

ວັນທີ 5 ເມສາ, ສະພາແຫ່ງຊາດຈະດຳເນີນການເລືອກຄັ້ງປະທານປະເທດ, ນາຍົກລັດຖະມົນຕີ ດ້ວຍຮູບການປ່ອນບັດລັບ.
ພາບປະກອບ/quochoi.vn

ໃນອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 11 - ກອງປະຊຸມສຸດທ້າຍຂອງສະພາແຫ່ງຊາດຊຸດທີ XIV ດຳນີນແຕ່ວັນທີ 5 – 8 ເມສາ, ບັນດາສະມາຊິກສະພາແຫ່ງຊາດຈະສຸມໃສ່ສຳເລັດວຽກງານບຸກຄະລາກອນຂອງລັດ, ສະພາແຫ່ງຊາດ, ລັດຖະບານ.

ວັນທີ 5 ເມສາ, ສະພາແຫ່ງຊາດຈະດຳເນີນການເລືອກຄັ້ງປະທານປະເທດ, ນາຍົກລັດຖະມົນຕີ ດ້ວຍຮູບການປ່ອນບັດລັບ.

ໃນຊຸມວັນເຮັດວຽກຕໍ່ໄປ, ສະພາແຫ່ງຊາດຈະປະຕິບັດການພົ້ນຕຳແໜ່ງຮອງປະທານປະ ເທດ, ກຳມະການຄະນະປະຈຳສະພາແຫ່ງຊາດບາງທ່ານ, ຫົວໜ້າກຳມາທິການຂອງສະພາແຫ່ງຊາດບາງທ່ານ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າອົງການກວດສອບແຫ່ງລັດ ດ້ວຍຮູບການປ່ອນບັດລັບ…;  ດຳເນີນການເລືອກຕັ້ງຮອງປະທານປະເທດ, ກຳມະການຄະນະປະຈຳສະພາແຫ່ງຊາດບາງທ່ານ, ຫົວໜ້າກຳມາທິການຂອງສະພາແຫ່ງຊາດບາງທ່ານ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າອົງການກວດສອບແຫ່ງລັດ ດ້ວຍຮູບການປ່ອນບັດລັບ…

ຕາມແຜນການ, ຕອນບ່າຍວັນທີ 8 ເມສາ 2021, ກອງປະຊຸມສະໄໝສາມັນເທື່ອທີ 11 ຈະອັດລົງ.

 (ແຫຼ່ງຄັດຈາກ VOV)


top