ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກ່ຽວກັບຜູ້ອາຍຸສູງ ຫວຽດນາມ, ສະເໜີວ່າ ຕ້ອງມີການປ່ຽນແປງຈິນຕະນາການຢ່າງແຮງ, ຕ້ອງຖືຜູ້ອຳຍຸສູງແມ່ນກຳລັງສຳຄັນຂອງການພັດທະນາເສດຖະກິດ - ສັງຄົມຢ່າງແທດຈິງ.
ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ວຽກງານຜູ້ອາຍຸສູງໃນ 7 ເດືອນຕົ້ນປີສືບຕໍ່ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ລະບອບລະບຽບການ, ນະໂຍບາຍໄດ້ສ້າງໃຫ້ສົມບູນແບບເທື່ອລະກ້າວ, ເໝາະສົມກັບວິວັດການພົນລະເມືອງເຖົ້າແກ່; ເຄືອຂ່າຍຮັບປະກັນຊີວິດສັງຄົມໄດ້ຮັບການເປີດກວ້າງ; ການສົ່ງເສີມສຸດຂະພາບ, ຊີວິດດ້ານວັດຖຸ, ຈິດໃຈໄດ້ຮັບຄວາມເອົາໃຈໃສ່. ນີ້ແມ່ນບັນດາການຕີລາຄາທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບເບື້ອງຕົ້ນ, ຕີລາຄາວຽກງານຜູ້ອາຍຸສູງ 7 ເດືອນຕົ້ນປີ 2026 ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ຈັດຂຶ້ນໃນຕອນເຊົ້າວັນທີ 17 ສິງຫາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກ່ຽວກັບຜູ້ອາຍຸສູງ ຫວຽດນາມ, ສະເໜີວ່າ ຕ້ອງມີການປ່ຽນແປງຈິນຕະນາການຢ່າງແຮງ, ຕ້ອງຖືຜູ້ອຳຍຸສູງແມ່ນກຳລັງສຳຄັນຂອງການພັດທະນາເສດຖະກິດ - ສັງຄົມຢ່າງແທດຈິງ.
“ຍິ່ງກວ່າເວລາໃດໝົດ, ພວກເຮົາຕ້ອງສຸມໃສ່ເພື່ອຍົກສູງຄວາມຮັບຮູ້ ແລະ ໜ້າທີ່ຄວາມຮັບຜິດຊອບວຽກງານຜູ້ອາຍຸສູງໃນສະພາບການໃໝ່. ສ້າງການຫັນປ່ຽນໃນຈິນຕະນາການຂອງລະບົບການເມືອງ ກໍຄືທົ່ວສັງຄົມຢ່າງແທດຈິງ, ຈາກການເບິ່ງແຍງ ແລະ ໜູນຊ່ວຍ, ເພື່ອຢືນຢັນວ່າ ຜູ້ອາຍຸສູງແມ່ນແຫຼ່ງກຳລັງພັດທະນາປະເທດຊາດ, ແມ່ນໜຶ່ງໃນບັນດາກຳລັງໜູນເພື່ອຊຸກຍູ້ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.”