ມີໜັງສືພິມຫຼາຍສະບັບຂອງ ສ.ເກົາຫຼີ ຄື Chosun, JoongAng, Dong A, Hankyung… ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ແຕ່ວັນທີ 31 ຕຸລາ ຫາວັນທີ 4 ພະຈິກ.

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)
ໜັງສືພິມ Hankyung ໃຫ້ຮູ້ວ່າ, ໃນບັນດາການພົບປະ, ເຂົ້າຢ້ຽມຂ່ຳນັບກັບການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ, ທ່ານ Park Byeong - Seug ໄດ້ກ່າວຄຳເຫັນວ່າ ຄວນຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານ Park Byeong - Seug ກໍຕີລາຄາສູງຕໍ່ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ - 19 ແລະ ການເຕີບໂຕເສດຖະກິດຂອງ ຫວຽດນາມ.
ໜັງສືພິມ Chosun ໄດ້ຄັດສະເໜີຄຳເວົ້າ ຂອງທ່ານ Park Byeong – Seug, ໂດຍໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ຖືເປັນສຳຄັນການຮ່ວມມືດ້ານເສດຖະກິດ ແລະ ການພົວພັນສອງຝ່າຍກັບ ຫວຽດນາມ.
(ແຫຼ່ງຄັດຈາກ VOV)