ຂ່າວສານ

ສື່ມວນ​ຊົນ ລັດ​ເຊຍ: ການ​ຢ້ຽມ​ຢາມ​ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະ​ເຂົ້າ​ສູ່​ປະ​ຫວັດ​ສາດ

Kommersant.ru ມີ​ບົດ​​ຂຽນດ້ວຍ​ຫົວ​ຂໍ້ “ນ້ຳ​ໃຈ​ເປັນ​ເພື່ອນ​ຈະ​ມ​ີປະ​ໂຫຍດ​ທີ່​ສຸດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່”
ບົ​ຂຽນ​ວນ​ເວັບ​ໄຊ iz.ru. (ພາບ:VNA)

ໃນ​ວັນ​ທີ 8-10 ກັນ​ຍາ, ໜັງ​ສື​ພິມ​ຕ່າງໆ​, ຊ່ອງ​ໂທ​ລະ​ພາບ​ຂອງ ລັດ​ເຊຍ ເກືອບ​ທັງ​ໝົດ ລ້​ວນ​ແຕ່​ໄດ້​ສຸມ​ໃສ່​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ລັດ​ເຊຍ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.

ເວັບ​ໄຊ Izvestia (iz.ru) ໄດ້​ເອົາ​ລົງ​ບົດ​ຂຽນ​ທີ່​ໄດ້​ຕີ​ລ​າຄາ​ວ່າ ​ການ​ຢ້ຽມ​ຢາມ​ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະ​ກ້າວ​ເຂົ້າ​ສູ່​ປະ​ຫວັດ​ສາດ, ຂະ​ນະ​ທີ່​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 1991, ການ​ນຳ ຫວຽດ​ນາມ ຜູ້​ໜຶ່ງ ທັງ​ເປັນ ເລຂາທິການ​ໃຫ່​ຍຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ແລະ ປະ​ທານ​ປະ​ເທດ ຫວຽດ​ນາມ ​ມາຢ້ຽມ​ຢາມ ລັດ​ເຊຍ.

ໃນ​ຂະ​ນະ​ນັ້ນ, Kommersant.ru ມີ​ບົດ​​ຂຽນດ້ວຍ​ຫົວ​ຂໍ້ “ນ້ຳ​ໃຈ​​ເພື່ອນມິດ​ທີ່​ມີ​ມາ​ແຕ່ດ​ົນ​ນານ​ຈະ​​ເປັນປະ​ໂຫຍດ​ທີ່​ສຸດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່” ໂດຍ​ຖື​ວ່າ: ການ​ຢ້ຽມ​ຢາມ ລັດ​ເຊຍ ​ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະ​ເປີດ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່​ຕື່ມ​ອີກ. ການ​ຢ້ຽມ​ຢາມບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ ຫວຽດ​ນາມ-ລັດ​ເຊຍ ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​​ຕື່ມ​ອີກ ທີ່​ສອດ​ຄ່ອງ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່ອີກ​ດ້ວຍ.


top