ຂ່າວສານ

ສື່ມວນ​ຊົນ ນິວ​ຊີ​ແລນ​ລົງ​ຂ່າວເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ເຫດ​ການ​ຫວຽດ​ນາມ - ນິວ​ຊີ​ແລນ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​

ການນຳສອງທ່ານ ໄດ້ປຶກສາຫາລືບັນດາໂອກາດພັດທະນາ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ ເລິກເຊິ່ງກ່ວາອີກໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການສຶກສາ.
ບົດຂ່າວທີ່ໄດ້ເອົາລົງໃນ ເວັບໄຊ 1news.co.nz. (ພາບ: TTXVN)

ວັນທີ 27 ກຸມພາ, ເວັບໄຊທາງການຂອງລັດຖະບານ ນິວຊີແລນ beehive.govt.nz ພ້ອມກັບຫຼາຍເວັບໄຊຂອງປະເທດນີ້ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເລື່ອງ ຫວຽດນາມ - ນິວຊີແລນເປັນເອກະພາບຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຕາມບົດຂຽນທີ່ໄດ້ເອົາລົງໃນເວັບໄຊ beehive.govt.nz ແລ້ວ, ການຍົກລະດັບການພົວພັນນີ້ໄດ້ປະກາດໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໃນລະຫວ່າງວັນທີ 25 ກຸມພາ - 28 ກຸມພາ 2025 ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການນຳສອງທ່ານ ໄດ້ປຶກສາຫາລືບັນດາໂອກາດພັດທະນາ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ ເລິກເຊິ່ງກ່ວາອີກໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການສຶກສາ.

ນອກຈາກນັ້ນຍັງມີຫຼາຍເວັບໄຊຂອງ ນິວຊີແລນໃນນັ້ນມີ rnz.co.nz, 1news.co.nz, scoop.co.nz, ກໍ່ໄດ້ພ້ອມກັນລົງຂ່າວກ່ຽວກັບເລື່ອງ ຫວຽດນາມ ແລະ ນິວຊີແລນເປັນເອກະພາບໃນການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.


top