ຂ່າວສານ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

 

ທ່ານ ຫງວຽນຢຸຍງອກ ກຳມະການກົມການເມືອງ, ເລຂາພັກນະຄອນ ຮ່າໂນ້ຍ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ (ພາບ: TTXVN)

ໃນເວັບໄຊຂອງໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ໜັງສືພິມເອເລັກໂຕນິກ ປະເທດລາວ, ວັນທີ 26 ມັງກອນ ໄດ້ລົງບັນດາບົດຂຽນຢັ້ງຢືນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລາວ ແຕ່ວັນທີ 26 – 27 ມັງກອນ, ຊ່ວຍຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

        ບັນດາບົດຂຽນໄດ້ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ. ສິ່ງພິເສດແມ່ນການຢ້ຽມຢາມໄດ້ດຳເນີນພາຍຫຼັງທີ່ສອງປະເທດລ້ວນແຕ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງແຕ່ລະພັກ, ເພື່ອພ້ອມກັນສະຫຼຸບຕີລາຄາສາຍພົວພັນຮ່ວມມືລະຫວ່າງ ລາວ - ຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລື, ກຳນົດທິດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

 


top