ຂ່າວສານ

ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ 100 ປີ​ດ້ວຍ “ນ້ຳໃຈ​ໃສ​ແຈ້ງ, ຈິດ​ໃຈບໍ​ລິ​ສຸດ, ປາຍ​ກາ​ແຫຼມ​ຄົມ”

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ຄວາມມານະພະຍາຍາມຢ່າງກະໂດດຂັ້ນ ແລະ ບັນດາການປະກອບສ່ວນສຳຄັນຂອງບັນດາອົງການຄຸ້ມຄອງສື່ມວນຊົນ, ອົງການສື່ມວນຊົນ, ໜັງສືພິມ, ຜູ້ຄົນເຮັດວຽກງານການຂ່າວທົ່ວປະເທດ…
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VGP/Nhật Bắc)  

ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບການນຳ, ອະດີດການນຳບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925-21/06/2025).

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ຄວາມມານະພະຍາຍາມຢ່າງກະໂດດຂັ້ນ ແລະ ບັນດາການປະກອບສ່ວນສຳຄັນຂອງບັນດາອົງການຄຸ້ມຄອງສື່ມວນຊົນ, ອົງການສື່ມວນຊົນ, ໜັງສືພິມ, ຜູ້ຄົນເຮັດວຽກງານການຂ່າວທົ່ວປະເທດ… ສຳລັບພື້ນຖານສື່ມວນຊົນ ແລະ ພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາຢາກໃຫ້ ບັນດາຜູ້ຄົນເຮັດວຽກງານການຂ່າວຮ່ວມເດີນທາງພ້ອມກັບປະເທດຊາດໃນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາ. ທ່ານໃຫ້ຮູ້ວ່າ:

ຫວັງວ່າບັນດາລຸງ, ອ້າຍເອື້ອຍຈະສືບຕໍ່ເສີມຂະຫຍາຍມູນເຊື້ອ 100 ປີສື່ມວນຊົນປະຕິວັດ ຫວຽດນາມ ດ້ວຍ “ນ້ຳໃຈໃສແຈ້ງ, ຈິດໃຈບໍລິສຸດ, ປາຍກາແຫຼມຄົມ” ເພື່ອສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດຂອງປະເທດຊາດ, ຂອງຊົນຊາດ ແລະ ປະຊາຊົນ. ລັດຖະບານໃຫ້ຄຳໝັ້ນສັນຍາຍາມໃດກໍ່ຂະຮ່ວມເດີນທາງພ້ອມກັບບັນດານັກຂ່າວ, ບັນດາອົງການສື່ມວນຊົນ ບົນພື້ນຖານທີ່ບົດບາດຄວາມຮັບຜິດຊອບ, ໜ້າທີ່, ສິດອຳນາດທີ່ໄດ້ກຳນົດໄວ້ເພື່ອປະຕິບັດບົດບາດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.


top