ທ່ານໂດຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ທັງເປັນຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ສູນກາງ ຊີ້ແຈ້ງວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ອັບເດດ ແລະ ຍູ້ແຮງການໂຄສະນາເຜີຍແຜ່ບັນດາມະຕິ, ຂໍ້ສະຫຼຸບ, ຄຳສັ່ງ…ຂອງກົມການເມືອງ.
ທ່ານໂດຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ທັງເປັນຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ສູນກາງ ກ່າວຄຳເຫນທີ່ກອງປະຊຸມ (ພາບ: VOV)
ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະໜົນກວານຊື້, ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ສະມາຄົມນັກຂ່າວ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດກອງປະຊຸມແລກປ່ຽນວຽກງານສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 101 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ (21/6/1925 -21/6/2026).
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານໂດຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ທັງເປັນຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ສູນກາງ ຊີ້ແຈ້ງວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ອັບເດດ ແລະ ຍູ້ແຮງການໂຄສະນາເຜີຍແຜ່ບັນດາມະຕິ, ຂໍ້ສະຫຼຸບ, ຄຳສັ່ງ…ຂອງກົມການເມືອງ. ຄະນະເລຂາທິການສູນກາງພັກ, ພິເສດແມ່ນບັນດາມະຕິຍຸດທະສາດຂອງພັກ, ບັນດາຄຳສັ່ງ, ສານຂອງການນຳພັກ, ລັດ, ພິເສດແມ່ນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ… ໃນທຸກປຼາດຟອມສື່ມວນຊົນຂອງວິທະຍຸກະຈາຍສຽງ ຫວຽດນາມ. ຈາກນັ້ນ, ສ້າງປະກົດການທີ່ຕັ້ງໜ້າ ແລະ ແຜ່ກະຈາຍແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ປະກອບສ່ວນພ້ອມກັບບັນດາອົງການສື່ມວນຊົນອື່ນສ້າງຄວາມເຫັນດີເຫັນພ້ອມ, ຄວາມໄວ້ເນື້ອເຊື່ອໃຈໃນປະຊາຊົນ.