ຂ່າວສານ

ສື່ມວນຊົນ ອົດສະຕາລີ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ

ສຳນັກຂ່າວສານສະມາຄົມສື່ມວນຊົນ ອົດສະຕາລີ (AAP) ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໄດ້ຮັບການສ້າງຂຶ້ນດ້້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງເລິກເຊິ່ງ, ຜົນປະໂຫຍດທີ່ຄ້າຍຄືກັນ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ອົດ​ສະ​ຕາ​ລີ (ພາບ: VNA)  

ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ຂອງ​ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມແຕ່​ວັນ​ທີ 09 – 12 ສິງ​ຫາ ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຈາກ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ສຳ​ນັກ​ຂ່າວ​ສານ​ໃຫຍ່​ພ້ອມ​ກັນ​ໄຈ້​ແຍກ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ.

ສຳ​ນັກ​ຂ່າວ​ສານ​ສະ​ມາ​ຄົມ​ສື່ມວນ​ຊົນ ອົດ​ສະ​ຕາ​ລີ (AAP) ຢືນ​ຢັນ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໄດ້​ຮັບ​ການ​ສ້າງ​ຂຶ້​ນ​ດ້້ວຍ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ຜົນ​ປະ​ໂຫຍດທີ່​ຄ້າ​ຍ​ຄື​ກັນ ແລະ ຄວາມ​ຕັດ​ສິນ​ໃຈ​ລວມ​ເພື່ອ​ອະ​ນາ​ຄົດ​ຂອງ​ພາກ​ພື້ນ. ຕີ​ລາ​ຄາ​ກ່ຽວ​ກັບ​ທ່າ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ 2 ຝ່າຍ, AAP ເນັ້​ນ​ໜັກ​ວ່າ ວົງ​ເງິນ​ການ​ຄ້າ 2 ສົ້ນ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ນັບ​ແຕ່​ປີ 2020, ບັນ​ລຸ​ຕົວ​ເລກ 30 ຕື້ AUD (​ປະ​ມານ 20 ​ຕື້ USD), ນຳ ຫວຽດ​ນາມ ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຄ້າ​ມີ​ລະ​ດັບ​ບຸກ​ທະ​ລຸ​ໄວ​ທີ່​ສຸດ​ຂອງ ອົດ​ສະ​ຕາ​ລີ.

ສື່​ເອ​ເລັກ​ໂຕ​ນິກ​ຂອງ​ສະ​ຖາ​ບັນ​ຍຸດ​ທະ​ສາດ ອົດ​ສະ​ຕາ​ລີ (ASPI) ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ການ​ພົວ​ພັນ​ຄູ​ຮ່ວມ​ມື​ໄດ້​ພັດ​ທະ​ນາ ທີ່​ນັບ​ມື​ນັບ​ເຕີບ​ໃຫຍ່ ແລະ ເຂັ້ມ​ແຂງ. ASPI ເນັ້ນ​ໜັກ​ວ່າ ປະ​ຈຸ​ບັນ ຫວຽດ​ນາມ ໄດ້​ບືນ​ຕົວ​ຂຶ້ນນອນ​ໃນ​ກຸ່ມ 10 ຄູ່​ຄ້າ​ໃຫຍ່​ສຸດ​ຂອງ ອົດ​ສະ​ຕາ​ລີ, ໃນ​ຂະ​ນະ​ທີ່ ອົດ​ສະ​ຕາ​ລີ ສືບ​ຕໍ່​ຮັກ​ສາ​ທີ່​ຕັ້ງ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສຳ​ຄັນ​ຂອງ ຫວຽດ​ນາມ.

ພ້ອມ​ກັບ​ບັນ​ດາ​ໂອ​ກາດ​ຮ່ວມ​ມື​ເສ​ດ​ຖະ​ກິດ, ສື່ມວນ​ຊົນ ອົດ​ສະ​ຕາ​ລີ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ສາ​ກົນ. ສ​ຳ​ນັກ​ຂ່າວ​ສານ AAP ຕີ​ລາ​ຄາ​ສູງ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ຄວາມ​ໄວ້​ເນື້ອ​ເຊື​່ອ​ໃຈ, ສົນ​ທະ​ນາ ແລະ ເຄົາ​ລົ​ບ​ກົດ​ໝາຍ​ສາ​ກົນ ເພື່ອ​ຜ່ານ​ຜ່າ​ການ​ແບ່ງ​ແຍກ ແລະ ແກ່ງ​ແຍ້ງ​ທີ່​ຂາດ​ການ​ຄວບ​ຄຸມ​ໃນ​ສະ​ພາບ​ຍຸດ​ທະ​ສາດ​ປະ​ຈຸ​ບັນ.


top