ໃນນັ້ນມີການເຂົ້າຮ່ວມຂອງບັນດາການນຳບາງພື້ນຖານເສດຖະກິດສະມາຊິກແຖວໜ້າຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານາທິບໍດີ ລັດເຊຍ Valdimir Putin, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພ້ອມກັບການນຳບັນດາພື້ນຖານເສດຖະກິດອື່ນໆອີກ
ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດ APEC
APEC, ຮັບປະກັນບັນດາການເຄື່ອນໄຫວໃນຂອບເຂດສັບປະດາຂັ້ນສູງໄດ້ດຳເນີນໄປຢ່າງສະດວກ, ສົມກຽດ, ຕອບສະໜອງບັນດາມາດຕະຖານຕາມທຳນຽມ APEC. ບົດໜັງສືພິມ ໄດ້ຕີລາຄາ ດ້ວຍບົດບາດເປັນປະເທດເຈົ້າພາບ APEC 2017, ຫວຽດນາມ ປາດຖະໜາວ່າ ບັນດາພື້ນຖານເສດຖະກິດ ສະມາຊິກພ້ອມກັນແບ່ງປັນວິໄສທັດ, ກໍ່ຄືຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊີ - ປາຊີຟິກ ແຫ່ງສັນຕິພາບ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ເຊື່ອມຈອດ ແລະ ເຊື່ອມຕໍ່ຮອບດ້ານ, ສ້າງກາລະໂອກາດ ແລະ ການເຂົ້າຮ່ວມຢ່າງສະເໝີພາບໃຫ້ທຸກໆຄົນ.
(ແຫຼ່ງຄັດຈາກ VOV)