ຂ່າວສານ

ສື່ມວນຊົນເຢຍລະມັນຕີລາຄາສູງຄວາມມານະພະຍາຍາມໃນການຮັບມືກັບວິກິດການເສດຖະກິດຂອງ ຫວຽດນາມ

      ບົດຂຽນກໍ່ໄດ້ໃຫ້ຂໍ້ສັງເກດກ່ຽວກັບດ້ານເສດຖະກິດວ່າ ຫວຽດນາມໄດ້ຮັບມືກັບວິກິດການດີກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.

ພົວລະເມືອງ ຫວຽດນາມກັບຄືປະເທດຈາກເຢຍລະມັນ (ພາບ: TTXVN)
      ຫວ່າງແລ້ວນີ້ໜັງສືພິມ Junge Welt ຂອງເຢຍລະມັນໄດ້ລົງບົດຂຽນໃຫ້ຂໍ້ສັງເກດວ່າ ການດຳລົງຊີວິດຂອງຊາວຫວຽດນາມ ໄດ້ກັບຄືນສູ່ສະພາບເກືອບຄືເປັນປົກກະຕິແລ້ວ ໃນຂະນະທີ່ ເສດຖະກິດບັນລຸໄດ້ຜົນເປັນບວກ ສ່ວນຫຼາຍຍ້ອນຄວາມຕ້ອງການພາຍໃນປະເທດ ແລະ ລະດັບການລົງທຶນສູງຂອງ ລັດຖະບານຕາມບົດຂຽນແລ້ວໃນຂະນະທີ່ ອາເມລິກາ ປະກາດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ ແລະ ເສຍຊີວິດເພີ່ມອີກຢູ່ລະດັບສະຖິຕິໃນທຸກວັນ ແລະ ບັນດາປະເທດສະຫະພາບເອີລົບ (EU) ຕ້ອງຈັດວາງບັນດາມາດຕະການເຂັ້ມງວດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຊາວຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອໄດ້ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິແລ້ວ.
            ບົດຂຽນກໍ່ໄດ້ໃຫ້ຂໍ້ສັງເກດກ່ຽວກັບດ້ານເສດຖະກິດວ່າ ຫວຽດນາມໄດ້ຮັບມືກັບວິກິດການດີກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ. ບົດຂຽນໄດ້ຄັດສະເໜີຂໍ້ມູນຂອງອົງການການຄ້າ ແລະ ການລົງທຶນ ເຢຍລະມັນ (GTAI) ໃຫ້ຮູ້ວ່າ ການເຕີບໂຕພື້ນຖານເສດຖະກິດ ຫວຽດນາມ ບັນລຸລະດັບເປັນບວກ 2,1% ໄລ່ຕາມມູນຄ່າຄວາມຈິງໃນ 3 ໄຕມາດ ຂອງປີ 2020 ເມື່ອທຽບໄສ່ກັບໄລຍະດຽວກັນຂອງ ປີ 2019 .
            ຄຽງຄູ່ກັນນັ້ນ, ຂະແໜງອຸດສາຫະກຳເກີບ ແລະ ເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ, ເຊິ່ງໄດ້ປະສົບຄວາມຫຍຸ້ງຍາກ ໂດຍບັນດາຄຳສັ່ງປິດລ້ອມຢູ່ EU ແລະ ອາເມລິກາ ກໍ່ໄດ້ກັບຄືນສູ່ທີ່ຕັ້ງຂອງຕົນ ດ້ວຍການສົ່ງອອກຢ່າງແຮງໃນປີ 2020.
(ແຫຼ່ງຄັດຈາກ VOV)


top