ຂ່າວສານ

ສື່ມວນຊົນປະຕິວັດ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່

ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ສື່ມວນຊົນປະຕິວັດ ຫວຽດນາມ ພວມກ້າວເຂົ້າສູ່ສະໄໝພັດທະນາໃໝ່ທີ່ສຸດ.
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົ​ບ​ປະ​ກັບ​ນັກ​ຂ່າວ​ດີ​ເດັ່ນ)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 101 ປີ​ແຫ່ງວັນ​ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ, ວັນ​ທີ 18 ມິ​ຖຸ​ນາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ຂຽນ “ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ”, ວາງ​ອອກ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ໃຫ້​ແກ່​ຜູ້​ເຮັດ​ຂ່າວ​ໃນ​ຍຸກ​ສະ​ໄໝ​ໃໝ່.

ໃນ​ບົດ​​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສະ​ໄໝ​ພັດ​ທະ​ນາ​ໃໝ່​ທີ່​ສຸດ. ຂົງ​ເຂດ​ດີ​ຈີ​ຕອນ​ໄດ້​ກາຍ​ເປັນ​ປັດ​​ໄຈ​ຈຳ​ເປັນ​ໃນ​ການ​ດຳ​ລົງ​ຊີ​ວິດ. ເຕັກ​ໂນ​ໂລ​ຊີ​ຊ່ວຍ​ໃຫ້​ສື່ມວນ​ຊົນ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ​ກວ່າ ແລະ ຮັບ​ການ​ກະ​ທົບ​ຕອບ​ຢ່າງວ່ອງ​ໄວ​ກວ່າ. ເຖິງ​ຢ່າ​ງ​ໃດ​ກໍ່​ຕາມ, ສະ​ພາບ​ແວດ​ລ້ອມທາງ​ອິນ​ເຕີ​​ເນ​ັດ​ກໍ່​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ທ່ານ​ເນັ້ນ​ໜັກ​ວ່າ, ໃນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ​້ອຍ​ຂອງ​ການສື່​ສານ​ໃໝ່, ສື່ມວນ​ຊົນ​ເກືອບ​ຄື​ວ່າບໍ່​ໄດ້​ຮັກ​ສາ​ທີ່​ຕັ້​ງ​ສິດ​ຜູກ​ຂາດໃນ​ການ​ອອກ​ຂ່າວ​​ໜຶ່ງ​ດຽວ​ອີກ. ເຖ​ິງ​ຢ່າງ​ໃດ​ກໍ່​ຕາມ, ການ​ປ່ຽນ​ແປງນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ບົດ​ບາດ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫຼຸດ​ລົງ.

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລ້ວ, ຍ້ອນສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ພວມ​ຢູ່ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ ສະ​ນັ້ນ​ຕ້ອງ​ມີ​ການ​ສົມ​ທົບ​ລະ​ຫວ່າງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ເຕັກ​ໂນ​ໂລ​ຊີ, ລະ​ຫວ່າງ​ອຸ​ດົມ​ຄະ​ຕິ​ປະ​ຕິ​ວັດ ແລະ ຈິນ​ຕະ​ນາ​ການ​ປ່ຽນ​ແປງ​ໃໝ່, ລະ​ຫວ່າງ​ລັກ​ນ​ະ​ນະ​ຕໍ່​ສູ້ ແລະ ມະ​ນຸດ​ສະ​ທຳ, ລະ​ຫວ່າງ​ຄວາມ​ຮັບ​ຜິດ​ຊອບ​ແຫ່ງ​ຊາດ ແລະ ຄວາມ​ສາ​ມາດ​ເຊື່ອມ​ໂຍງ.


top