ຂ່າວສານ

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອິດ​ສະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ ຫວຽດ​ນາມ ໂຕ​ເລິມ ແລະ ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales (ພາບ: VNA)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ນັບ​ມື້​ນັ​ບ​ເຂົ້າ​ສູ່​ລວງ​ເລິກ, ແທດຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ບົນ​ພື້ນ​ຖານ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ​ການ​ຮ່ວ​ມ​ມື​ລະ​ຫວ່າງ ລັດ New South Wales ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ຈະ​ສືບ​ຕໍ່​ເລິກ​ເຊິ່ງກວ່າ​ອີກ ບົນ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ຢ່າງ​ສະ​ດວກກວ່າ. ພ້ອມ​ກັບ​ການ​ສະ​ເໜີ​ແນະ ອົດ​ສະ​ຕາ​ລີ​ອາດ​ສາ​ມາດ​ຄົ້ນ​ຄ້​ວາ​ການ​ປູກ​ກາ​ເຟ​ຂອງ ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ສອງ​ຝ່າຍ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ຊີ​ວະ​ສາດ, ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ການ​ຄ້າ, ການ​ລົງ​ທຶນ… ຢັ້ງ​ຢືນ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ພັດ​ທ​ະ​ນາ​ຂອງ ອົດ​ສະ​ຕາ​ລີ ແລະ ປາດ​ຖະ​ໜາ​ຢາກ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ປາ​ຊີ​ຟິກ.

ສ່ວນ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ອົດ​ສະ​ຕາ​ລີ​ເຊື້ອ​ຊາດ​ຫວຽດ​ນາມ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່ຽວ​ກັບ​ເລື່ອງ​ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ເສົາ​ຄ້ຳ​ໃໝ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ແມ່ນ​ຊຸກ​ຍູ້​ເລື່ອງ​ພ້ອມ​ກັນ​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຄຸນ​ນະ​ພາບ​ສູງ, ພັດ​ທ​ະ​ນາ​ກະ​ສິ​ກຳ ແລະ ບັນ​ດາ​ຂົງ​ເຂດ​ອື່ນໆ​ເຊິ່ງ​ອາດ​ຈ​ະ​ເປັນ​ທ່າ​ແຮງ​ຂອງ​ສອງ​ຝ່າຍ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່ Sydney, ອົດ​ສະ​ຕາ​ລີ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ​ໂຕ​ເລິມ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Nicholas Moore, ທູດ​ພິ​ເສດ​ຂອງ​ລັດ​ຖະ​ບານ​ອົດ​ສະ​ຕາ​ລີ​ກ່ຽວ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທີ່​ການ​ຕ້ອນ​ຮັບ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ຖື​ອົດ​ສະ​ຕາ​ລີ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຢູ​່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິ​ນ​ເດຍ ປາ​ຊີ​ຟິກ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຢື່ນ​ຢູ່​ຕໍ່​ໜ້າຫຼາຍ​ກາ​ລະ​ໂອ​ກາດ​ໃໝ່, ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ພັດ​ທະ​ນາ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ, ເປົ້າ​ໝາຍ​ແມ່ນ​ບໍ່​ພຽງ​ແຕ່​ເປີດກວ້າງ​ການ​ຄ້າ ແລະ ການ​ລົງ​ທຶນ​ເທົ່າ​ນັ້ນ​ແຕ່​ສຳ​ຄັນ​ກວ່າ​ແມ່ນ​ພ້ອມ​ກັນ​ສ້າງ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ອີກ​ດ້ວຍ.


top