ໂດຍຊີ້ແຈ້ງເຖິງສະພາບການໂລກ, ພາກພື້ນພວມມີການຜັນແປຢ່າງວ່ອງໄວທີ່ສຸດ, ມີຫຼາຍກາລະໂອກາດແຕ່ມີສິ່ງທ້າທາຍບໍ່ແມ່ນໜ້ອຍ, ຮຽກຮ້ອງຕ້ອງການວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີການເຮັດວຽກ (ພາບ: VNA)
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ (12/7/1946 - 12/7/2026), 72 ປີແຫ່ງວັນມູນເຊື້ອກຳລັງເຕັກນິກວິຊາຊີບ (01/7/1954 - 01/7/2026), ຕອນເຊົ້າວັນທີ 6 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບສູນເຕັກນິກວິຊາຊີບ, ກະຊວງຕຳຫຼວດ.
ໂດຍຊີ້ແຈ້ງເຖິງສະພາບການໂລກ, ພາກພື້ນພວມມີການຜັນແປຢ່າງວ່ອງໄວທີ່ສຸດ, ມີຫຼາຍກາລະໂອກາດແຕ່ມີສິ່ງທ້າທາຍບໍ່ແມ່ນໜ້ອຍ, ຮຽກຮ້ອງຕ້ອງການວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ, ໃນນັ້ນວຽກງານດ້ານເຕັກນິກວິຊາຊີບຕ້ອງມີການປ່ຽນແປງໃໝ່ຢ່າງແຮງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
ຕ້ອງສຸມໃສ່ກໍ່ສ້າງກຳລັງເຕັກນິກວິຊາຊີບໃຫ້ມີລະບຽບວິໄນດີທີ່ສຸດ, ຈົ່ງຮັກພັກດີ, ໃກ້ຊິດກັບປະຊາຊົນ, ເປັນຕົ້ນແມ່ນບັນດານັກຊ່ຽວຊານແຖວໜ້າໃນຂົງເຂດວິທະຍາສາດເຕັກໂນໂລຢີ. ໜ້າທີ່ເຕັກນິກວິຊາຊີບໃນໄລຍະໃໝ່ຮຽກຮ້ອງຕ້ອງເປັນເຈົ້າການຍຸດທະສາດ, ເປັນເຈົ້າເຕັກໂນໂລຢີ, ເປັນເຈົ້າແຫຼ່ງຊັບພະຍາກອນມະນຸດ, ເປັນເຈົ້າຄວາມສາມາດສູ້ຮົບ. ຢາກຄືແນວນີ້, ປັດໄຈສຸດທ້າຍຕ້ອງແມ່ນມະນຸດ, ປັດໄຈແຫຼ່ງຊັບພະຍາກອນມະນຸດມີບົດບາດຕັດສິນ.