ຂ່າວສານ

ສືບ​ຕໍ່​ນຳ​ສາຍ​ພົວ​ພັນ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຕອ​ນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ຢູ່ Cebu, ຟີ​ລິບ​ປິນ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຮັບ​ປະ​ທານ​ອາ​ຫານ​ເຊົ້າ, ເຮັດ​ວຽກ​ກັບ​ທ່ານ​ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ.

ນະ​ທີ່​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ທ່ານ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ​ຄື​ການ​ຮ່ວມ​ມື​ສາມ​ຝ່າຍ; ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​

  ທ່ານ Hun Manet ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ, ​ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດ​ອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ  

ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ, ລະ​ບົບ​ສະ​ໜອງ, ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ, ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ລະ​ຫວ່າງ​ບັນ​ດາ​ນະ​ຄອນ​ໃຫຍ່​ຕື່ມ​ອີກ, ເຊື່ອມ​ຕໍ່​ດ້​ານ​ພະ​ລັງ​ງານ, logistics ແລະ ການ​ຄ້າ​ຂ​້າມ​ຊາຍ​ແດນ. ພ້ອມ​ດຽວ​ກັນ​ນັ້ນ, ​ກໍ່ສືບ​ຕໍ່​ຫັນ​ລະ​ບ​ຽບ​ການ​ເຂົ້າ​ - ອອກ​ເມືອງ​ເປັນ​ງ່າຍ​ດາຍ ແລະ ຫັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວເປັນຫຼາຍ​ຮູບຫຼາຍ​ແບບ; ຍູ້​ແຮງ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ຜົນ​ງານ​ການ​ຮ່ວມ​ມື​ ແລະ ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສ​າມ​ປະ​ເທດ, ສາມ​ຊາດ; ສົມ​ທົບ​ກັນ​ຈັດ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ຫວຽດ​ນາມ - ລາວ ຄົບ​ຮອບ 65 ປີ; ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫ​ວຽດ​ນາມ - ກຳ​ປູ​ເຈຍ ຄົບ​ຮອບ 60 ປີ ໃນ​ປີ 2027; ສືບ​ຕໍ່​ສົມ​ທົບ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ນາ​ຍົກ​ລັດ​ຖະ​ມົນ​ຕີ 3 ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ອັນ​ໜຽວ​ແໜ້ນ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສາມ​ປະ​ເທດ ກໍ​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ອື່ນໆ; ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ ແລະ ຄຳ​ໝັ້ນ​ສັນ​ຍາ​ຍາມ​ໃດ​ກໍ​ໃຫ້ບຸ​ລິ​ມະ​ສິດແກ່​ການ​ເພີ່ມ​ພູນ​ຄູນ​ສ້າງ, ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສາມ​ປະ​ເທດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສາມ​ປະ​ເທດ ແລະ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.

ກໍ​ໃນ​ວາ​ລະ​ເຮັດ​ວຽກ, ທ່ານ Hun Manet ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດ​ອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ຢັ້ງ​ຢືນ​ຈະ​ໃຫ້​ການ​ຮ່ວມ​ມື​ກັບ​ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ສືບ​ຕໍ່​ນຳ​ສາຍ​ພົວ​ພັນ​ສາມ​ປະ​ເທດ​​ໃຫ້ພັດ​ທະ​ນາ​ຢ່າງ​ແ​ທ້​ຈິງ ແລະ ມີ​ປະ​ສິ​ດ​ທິ​ຜົນ​ກວ່າ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.


top