ຂ່າວສານ

ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ສານ​ງານ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ ແລະ ຍຸດ​ທະ​ສາດ​ຮ່ວມ​ມື ຫວຽດ​ນາມ ລາວ ໄລ​ຍະ 2021 -2030.
​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 3 ພະ​ຈິກ, ພິ​ທີ​ຕ້ອນ​ຮັບທ່ານ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ ໄດ້​ດຳ​ເນີນ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ຮ່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ເຈິ່ນ​ແທັງ​ເໝິ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ​ພັນ​ລະ​ຍາ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​, ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ ແລະ ຍຸດ​ທະ​ສາດ​ຮ່ວມ​ມື ຫວຽດ​ນາມ ລາວ ໄລ​ຍະ 2021 -2030ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ແລກ​ປ່​ຽນ​ຄະ​ນະ​ຜູ້​ແທນ​, ການພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສ​ິດ​ທິ​ຜົນ, ຍູ້​ແຮງ​ການ​ໂຄ​ສະ​ນາ, ການ​ສຶກ​ສາ ກ່ຽວ​ກັບ​ມູນ​ເຊື້ອ​​ຄວາມສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ລຸ້ນ​ໜຸ່ມ​ສອງ​ປະ​ເທດ.

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສ້າງສຳ​ເລັດລະ​ບົບ​ກົດ​ໝາຍ​, ການ​ຈັດ​ຕັ້ງກົງ​ຈັກ​ລັດ, ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ວຽກ​ງານຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ແລະ ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ລະ​ຫວ່າງ​ສອງ​ປະ​ເທດ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ສ້າງ​ສະ​ພາ​ແຫ່ງ​ຊາດ​ເອ​ເລັກ​ໂຕ​ນິກ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ໃນ​ການ​ເຄືິ່ອນ​ໄຫວ​ລັດ​ຖະ​ສະ​ພາ.


top