ຂ່າວສານ

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ.
  ກອງ​ປະ​ຊຸມ​ຄັ້ງ​ທີ 31 ລະ​ຫວ່າງ​ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ ລັດ​ຖະ​ບານ​ລາວ (ພາບ: VNA)  
ວັນ​ທີ 27 ກໍ​ລະ​ກົດ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 31 ລະ​ຫວ່າງ​ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ ລັດ​ຖະ​ບານ​ລາວ ກ່ຽວ​ກັບ​​ການ​ສືບ​ຕໍ່​ຊອກ​ຫາ, ທ້ອນ​ໂຮມ, ນ​ຳ​ອັດ​ຖິ​ທະ​ຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ​ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວໃນ​ປາງ​ສົງ​ຄາມກັບ​ຄືນ​ເມືອ​ປະ​ເທດ, ໃນລະ​ດູ​ແລ້ງ 2026 – 2027 ກັບ​ເມືອ​ປະ​ເທດ. ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ. ໃນ​ລະ​ດູ​ແລ້ງ 2026 – 2027, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ສານ​ສົມ​ທົບ, ຊີ້​ນຳ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ, ນຳ​ອັດ​ຖິທະ​ຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ​ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ ໃນ​ປາງ​ສົງ​ຄາມ​ກັບ​ເມືອ​ປະ​ເທດ, ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ​ສອງ​ປະ​ເທດ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ​ຂຸມ​ຝັງ​ສົບສຸ​ສານທະ​ຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ​ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ.

top