ຂ່າວສານ

ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14

ຕອນບ່າຍວັນທີ 08 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ປັບປຸງຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018

ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 

ຕອນບ່າຍວັນທີ 08 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ປັບປຸງຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018; ຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018; ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018.

     ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ); ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ. ດ້ວຍບັດເຫັນດີເຫັນພ້ອມ 100%, ສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018. ເມື່ອປຶກສາຫາລືຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນໃນການ ປະກາດໃຊ້ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ, ແນໃສ່ປັບປຸງກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ໃຫ້ສົມບູນແບບ, ປະກອບສ່ວນເພີ່ມທະວີກຳລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງບັນດາກຳລັງຢູ່ທະເລ, ແກ້ໄຂບັນດາສິ່ງຕິດຂັດ, ບໍ່ລົງລອຍກັນໃນການຈັດຕັ້ງ ປະຕິບັດລັດຖະດຳລັດຂອງກຳລັງຕຳຫລວດທະເລ. ກ່ຽວກັບທັດສະນະສ້າງກົດໝາຍ, ສະມາຊິກສະພາແຫ່ງຊາດ ຟ້າມດີງກຸກ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບາເຣຍ - ຫວູງເຕົາ ຖືວ່າ:

        “ຂ້າພະເຈົ້າເຫັນດີຕໍ່ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ຍ້ອນວ່າ ທະເລຕາເວັນອອກມີເນື້ອທີ່ 3,5 ລ້ານກິໂລຕາແມັດ, ໃນນັ້ນ ເນື້ອທີ່ທະເລຂອງ ຫວຽດນາມ ມີກ່ວາ 1 ລ້ານກິໂລຕາແມັດ ມີທີ່ຕັ້ງຄັນທີ່ສຸດ. ປັດຈຸບັນສະພາບການຢູ່ທະເລຕາເວັນອອກ ຍັງສັບສົນຫລາຍຢ່າງ, ສະນັ້ນ ໜ້າທີ່ຂອງຕຳຫລວດທະເລ ຫວຽດນາມ ແມ່ນໜັກໜ່ວງທີ່ສຸດ…ດັ່ງນັ້ນ ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ແມ່ນຈຳເປັນ ແລະ ຮີບດ່ວນ.

(ແຫຼ່ງຄັດຈາກ VOV)



top